
ບົດຖະແຫລງຂ່າວ
ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ຮ່ວມກັບ ພະນະທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ
ນະຄອນຫລວງວຽງຈັນ, ວັນທີ 7 ກໍລະກົດ 2021
- ຮຽນ ພະນະທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ!
- ບັນດາທ່ານຍິງ ແລະ ທ່ານຊາຍ!
ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ພະນະທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະ.
ການຢ້ຽມຢາມຄັ້ງນີ້ ຂອງ ພະນະທ່ານ, ຖືວ່າເປັນນິມິດໝາຍທີ່ສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລວມທັງການເປັນຄູ່ຮ່ວມມືຍຸດທະສາດນໍາກັນລະຫວ່າງ ສປປ ລາວ ແລະ ສ.ຣັດເຊຍ ໄດ້ຮັບການຮັດແໜ້ນຍິ່ງຂຶ້ນ ບົນພື້ນຖານຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ການພົບປະຫາລື ລະຫວ່າງ ທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ກັບ ຂ້າພະເຈົ້າໃນຕອນເຊົ້າມື້ນີ້ ດຳເນີນໄປດ້ວຍບັນຍາກາດ ແຫ່ງມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ກົງໄປກົງມາ, ຊຶ່ງພວກຂ້າພະເຈົ້າ ໄດ້ເຫັນດີເປັນເອກະພາບກັນ ໃນຫລາຍບັນຫາ ກ່ຽວກັບການພົວພັນຮ່ວມມືສອງຝ່າຍດັ່ງນີ້:
- ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາຄືນການພົວພັນຮ່ວມມື ລາວ-ຣັດເຊຍ ໃນໄລຍະຜ່ານມາ, ຊຶ່ງເຫັນວ່າຜົນສຳເລັດທີ່ສຳຄັນຫຼາຍດ້ານບົນພື້ນຖານການພົວພັນແຫ່ງມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອມາແຕ່ດົນນານ ທັງເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ. ສອງປະເທດ ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະການຊ່ວຍເຫຼືອອັນໃຫຍ່ຫລວງ ຂອງລັດຖະບານ ແລະ ປະຊາຊົນ ຣັດເຊຍ ຕໍ່ ສປປ ລາວ;
- ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອມາແຕ່ຍາວນານ, ຊຶ່ງປີນີ້ແມ່ນປີພິເສດ ສຳລັບສາຍພົວພັນ ລາວ-ຣັດເຊຍ ຄົບຮອບ 10 ປີ (13/10/2011-13/10/2021) ແຫ່ງ ການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນພາກອາຊີ-ອາຊີຟິກ. ຝ່າຍລາວ ຕີລາຄາສູງຕໍ່ບົດບາດ ຂອງຣັດເຊຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນພາກພື້ນດັ່ງກ່າວ;
- ສອງຝ່າຍ ເປັນເອກະພາບວ່າ ໃນອະນາຄົດສອງປະເທດຕ້ອງການເພີ່ມທະວີການພົວພັນຮ່ວມມືທີ່ດີແລ້ວນັ້ນ ໃຫ້ດີຂຶ້ນ ແລະ ມີໝາກຜົນຫຼາຍກວ່າເກົ່າ ເພື່ອຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບໃໝ່;
- ສອງຝ່າຍ ໄດ້ຕົກລົງສີືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ຂະແໜງ ການອື່ນໆ ທີ່ສອງຝ່າຍມີຜົນປະໂຫຍດຮ່ວມກັນ;
- ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ໃນໂອກາດ ປີ 2021 ເປັນປີພິເສດ ຄົບຮອບ 30 ປີ ແຫ່ງສາຍພົວພັນ ອາຊຽນ-ຣັດເຊຍ ແລະ 25 ປີ ແຫ່ງການເປັນຄູ່ຮ່ວມເຈລະຈາ ອາຊຽນ-ຣັດເຊຍ, ເຊິ່ງເປັນຂີດໝາຍສໍາຄັນແຫ່ງການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ຢ່າງຕັ້ງໜ້າໃນຂອບອາຊຽນ ເຊັ່ນ: ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັັດທະນະທໍາ-ສັງຄົມ.
- ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອຂອງລັດຖະບານຣັດເຊຍ ໃນການຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປະຈຸບັນ ລວມທັງການຊ່ວຍ ເຫຼືອດ້ານທະຫານ, ດ້ານສາທາລະນະສຸກ (ການຊ່ວຍເຫລືອຢາວັກແຊັງ, ນໍ້າຢາກວດຫາເຊື້ອພະຍາດໂຄວິດ-ການເກັບກູ້ລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອດ້ານມະນຸດສະທໍາຕ່າງໆ;
- ດ້ານການຕ່າງປະເທດ ສອງຝ່າຍເຫັນດີສືບຕໍ່ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ ໃນລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍປ່ຽນຜຽນກັນເປັນເຈົ້າພາບ;
- ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບສູງ ຕະຫລອດຮອດລະດັບວິຊາການຂອງຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ເພື່ອຜັນຂະຫຍາຍຜົນການຢ້ຽມຢາມ ແລະ ຊູກຍູ້ບັນດາສັນຍາຮ່ວມມືສອງຝ່າຍ ໃຫ້ໄດ້ຮັບການຈັດ ຕັ້ງປະຕິບັດ ແລະ ເປັນຮູບປະທຳ;
- ສອງຝ່າຍ ຊຸກຍູ້ບັນດາໂຄງການລົງທຶນຂອງຣັດເຊຍ ທີ່ກໍາລັງດໍາເນີນ ຢູ່ ສປປ ລາວ ເພື່ອໃຫ້ສາມາດປະຕິບັດສໍາເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້;
ສຳຄັນ ມື້ນີ້ ສອງຝ່າຍພວກເຮົາ ໄດ້ຮ່ວມລົງນາມໃນເອກະສານ ວ່າດ້ວຍ ແຜນການປຶກສາຫາລືທາງການເມືອງເພື່ອເປັນພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ.
ໂດຍລວມແລ້ວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ເພິ່ງພໍໃຈເປັນຢ່າງສູງຕໍ່ຜົນໄດ້ຮັບຂອງການປຶກສາຫາລືໃນມື້ນີ້. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ ພະນະທ່ານ ລັດຖະມົນຕີລາວະຣົບທີ່ໄດ້ນຳພາຄະນຜູ້ແທນຣັດເຊຍ ມາຢ້ຽມຢາມ ສປປ ລາວ ອີກຄັ້ງ ແລະ ຫວັງຢ່າງຍິ່ງວ່າ ພວກເຮົາຈະສືບຕໍ່ປຶກສາຫາລືກັນຢ່າງປົກກະຕິ.