ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງຂ່າວຮ່ວມ ລະຫວ່າງ ລາວ - ກໍາປູເຈຍ

 

20200209-Cambodia-LaosJointPressSatement

 

1. ຕອບສະໜອງຕາມການເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກກຳປູເຈຍ ແຕ່ວັນທີ 09-10 ກຸມພາ 2020.

 

2. ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ອານຸສາວະລີ ພະບາດ ສົມເດັດ ໂນໂຣດົມ ສີຫານຸ, ອາດີດ ພະມະຫາກະ ສັດ, ບິດາ ຂອງ ກໍາປູເຈຍ.

 

3. ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ພົບປະກັບ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ. ພ້ອມນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສົມເດັດ ວິບູນ ເສນາ ແພະກະໄດ ຊາຍ ຊຸມ, ປະທານສະພາສູງ, ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແລະ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ.

 

4. ດ້ວຍບັນຍາກາດແຫ່ງສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ຄວາມເຊື່ອໝັ້ນ, ການນໍາ ຂອງສອງປະເທດ ໄດ້ແຈ້ງໂດຍຫຍໍ້ ສະພາບການພັດທະ ນາປະເທດ ໃນປັດຈຸບັນ ຂອງ ລາວ ແລະ ກໍາປູເຈຍ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ກ່ຽວກັບການຮ່ວມມືສອງຝ່າຍ ຕໍ່ບັນຫາພາກພື້ນ ແລະ ສາກົນຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈ. ພະບາດ ສົມເດັດ ພະມະຫາກະສັດ ແລະ ບັນດາການນໍາຂອງກຳປູເຈຍ ໄດ້ເນັ້ນໃຫ້ເຫັນຄວາມສໍາຄັນ ຂອງການຢ້ຽມຢາມລັດຖະກິດຄັ້ງທີສອງທີ່ເປັນປະຫວັດສາດ ຂອງພະນະທ່ານ ບຸນຍັງ ວໍລະຈິດ ທີີ່ ກໍາປູເຈຍ ຄັ້ງນີ້, ນັບແຕ່ປີ 2017 ຜ່ານມາ ເພື່ອສືບຕໍ່ເສີມຂະຫຍາຍຄວາມສາມັກຄີຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດ. ຝ່າຍກໍາປູເຈຍ ໄດ້ຊົມເຊີຍຕໍ່ການພັດທະນາທາງດ້ານເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວທຸກຖ້ວນໜ້າ ຈະບັນລຸໄດ້ຄວາມມຸ້ງມາດປາດຖະໜາ ໃນການກາຍເປັນປະເທດທີ່ມີລາຍຮັບປານກາງສູງ ໃນປີ 2030 ນີ້.

 

5. ໃນໂອກາດດຽວກັນນີ້, ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດ ຂອງກໍາປູເຈຍ ໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການສືບຕໍ່ພັດທະນາເສດຖະກິດ ໃຫ້ເຕີບໂຕຍິ່ງໆຂຶ້ນ ພາຍໃຕ້ການຊີ້ນໍານໍາພາ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ແລະ ການພັດທະນາປະເທດອັນຖືກຕ້ອງ ຂອງລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ພາຍໃຕ້ການນໍາພາ ຂອງ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ.

 

6. ພະນະທ່ານ ບຸນຍັງ ວໍລະຈິດ ແລະ ການນໍາຂັ້ນສູງຂອງ ກໍາປູເຈຍ ໄດ້ເນັ້ນຢໍ້າຄວາມສໍາຄັນ ຂອງການຍົກລະດັບສາຍພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ ແລະ ເຫັນດີວ່າ ການຍົກລະດັບດັ່ງກ່າວ ຈະຊ່ວຍຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກ ຄີຖານອ້າຍນ້ອງ ແລະ ການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະ ທຳ-ສັງຄົມ ຂອງສອງປະເທດ.

 

7. ດ້ານວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ສອງຝ່າຍ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງ ຂອງສອງປະເທດ ປະສານງານ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ຜ່ານກົນໄກການປຶກສາຫາລືຢ່າງເປັນປົກກະຕິ ແລະ ການແລກປ່ຽນການຢ້ຽມຢາມຂັ້ນຕ່າງໆ ເພື່ອແກ້ໄຂບັນຫາວຽກງານກົງສຸນ ແລະ ກົດໝາຍ, ການສະກັດກັ້ນຕ້ານການຄ້າຂາຍຢາເສບຕິດ ແລະ ອາດຊະຍາກຳຂ້າມຊາດ ແລະ ການຮັບມືກັບການແຜ່ລະບາດຂອງພະຍາດຕິດຕໍ່ ແລະ ໄພພິບັດຕ່າງໆ. ສອງຝ່າຍເຫັນດີເພີ່ມຄວາມພະຍາຍາມ ໃນການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນດ້ານພະລັງງານ, ກະສິກຳ, ການເງິນ, ການຂົນສົ່ງ, ການສື່ສານ, ແຮງງານ ແລະ ການສຶກສາ.

 

8. ພະນະທ່ານ ບຸນຍັງ ວໍລະຈິດ ແລະ ການນໍາຂອງ ກໍາປູເຈຍ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນການຕົກລົງ ລະຫວ່າງສອງນາຍົກລັດຖະມົນຕີ ຄັ້ງວັນທີ 12 ກັນຍາ 2019 ຜ່ານມາ ໂດຍມອບໃຫ້ຄະນະກຳມະການຊາຍແດນຮ່ວມ ຂອງສອງປະເທດ ຮ່າງສົນທິສັນຍາ ວ່າດ້ວຍການປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ທີ່ກ່ຽວຂ້ອງກັບຈຸດທີ່ສອງຝ່າຍ ໄດ້ກໍານົດ ແລະ ປັກຫຼັກໝາຍແລ້ວ 86% ຂອງຊາຍແດນຮ່ວມກັນ ລະຫວ່າງສອງປະເທດ ແລະ ໃຫ້ສືບຕໍ່ການປຶກສາຫາລື ໃນການແກ້ໄຂພື້ນທີ່ຊາຍແດນທີ່ເປັນຈຸດຄົງຄ້າງ ທີ່ຍັງບໍ່ສາມາດປັກຫຼັກໝາຍຊາຍແດນໄດ້ ເພື່ອສ້າງຊາຍແດນລະຫວ່າງສອງປະເທດ ເປັນເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

 

9. ພະນະທ່ານ ບຸນຍັງ ວໍລະຈິດ ແລະ ການນໍາ ຂອງກໍາປູເຈຍ ຍັງໄດ້ສະແດງການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ສືບຕໍ່ສົ່ງເສີມການຮ່ວມມືໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ, ຂອບການຮ່ວມມືອານຸພາກພື້ນແມ່ນໍ້າຂອງ ແລະ ອົງການສະຫະປະຊາຊາດ.

 

10. ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແກ່ຄະນະຜູ້ແທນລາວ ໃນໂອກາດຢ້ຽມຢາມ ຢູ່ນະຄອນຫຼວງພະນົມເປັນ ຄັ້ງນີ້. ໃນໂອກາດດຽວກັນນີ້, ພະນະທ່ານ ໄດ້ເຊື່້ອເຊີນ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະ ສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ສົມເດັດ ພະມານດາ ໂນໂຣດົມ ໂມນິເນດ ສີຫານຸ ແລະ ບັນດາການນໍາ ຂອງກໍາປູເຈຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ, ຊຶ່ງການເຊື້ອເຊີນດັ່ງກ່າວ ກໍໄດ້ຖືກຕອບຮັບດ້ວຍຄວາມຍິນດີ.

 

 

                                                  ນະຄອນຫຼວງພະນົມເປັນ, ວັນທີ 10 ກຸມພາ 2020

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480298
ມື້ນີ້128
ມື້ວານ157
ອາທິດນີ້696
ເດືອນນີ້6529