ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຖະແຫຼງຂ່າວຮ່ວມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ

 

ນະຄອນຫຼວງວຽງຈັນ, ໃນວັນທີ 16 ມິນາ 2018 - ຄະນະກຳມະການ ວ່າດ້ວຍນະໂຍບາຍເພື່ອການພັດທະນາ, ຊຶ່ງເປັນໜ່ວຍງານສະເພາະກິດໜຶ່ງຂອງ ສະພາເສດຖະກິດ-ສັງຄົມອົງການສະຫະປະຊາຊາດ ​​ຕັ້ງຢູ່ນິວຢອກໄດ້ປະກາດວ່າລາວປະຕິບັດໄດ້ຕາມເງື່ອນໄຂແລະມາດຕະຖານຂອງອົງການສະຫະປະຊາຊາດໃນການຫຼຸດພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາຄັ້ງທຳອິດ. ຄະນະກຳມະການ ດັ່ງກ່າວທົບທວນຄວາມຄືບໜ້າ​​​ ເພື່ອຈະຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງແຕ່​​ລະປະເທດໃນທຸກໆສາມປີ. ໃນນັ້ນ ປະເທດທີ່ຈະສາມາດ​​ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໄດ້ຕ້ອງໃຫ້ໄດ້ສອງໃນສາມເງື່ອນໄຂ ແລະມາດຕະຖານ ທີ່ວາງໄວ້.

 

ການປະເມີນຜົນແລະທົບທວນໃນປີ 2018 ເຫັນວ່າລາວສາມາດບັນລຸຕາມເງື່ອນໄຂແລະເກນມາດຕະຖານຂັ້ນຕ່ຳຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ແລະດັດຊະນີຊັບສິນມະນຸດ (HAI), ທີ່ເປັນດັດຊະນີປະສົມປະສານ ຂອງການປະເມີນ ຊັບສິນມະນຸດ. ​ເຖີງແນວໃດກໍ່ຕາມ, ສປປ ລາວ ກໍ່ຍັງບໍ່ທັນໄດ້ຕາມ ເກນມາດຕະຖານ ຂອງ ດັດຊະນີຄວາມອອ່ນໄຫວດ້ານເສດຖະກິດ (EVI) ເທື່ອ, ທີ່ເປັນມາດຕະຖານ ວັດແທກຄວາມກຽມພ້ອມ ແລະຢືດຢຸນໄດ້ ໃນເວລາເສດຖະກິດບໍ່ມີສະຖຽນລະພາບຫລືຖືກແຮງກົດດັນ​. ສະນັ້ນ, ຖ້າຫາກລາວສາມາດ​​ຮັກສາໄວ້ໄດ້ ຂີດລະດັບການພັດທະນາແລະສາມາດບັນລຸຕາເງື່ອນໄຂແລະມາດຕະຖານໃນລັກສະນະດັ່ງກ່າວ​​ໃນປີ 2021, ລາວ ກໍຈະຖືກລົບອອກຈາກບັນຊີຂອງການເປັນເທດດ້ອຍພັດທະນາຢ່າງເປັນທາງການ ໃນປີ 2024. ​

ທ່ານ ນາງ ຄາຣີນາ ອີໂມເນັນ, ຜູ້ປະສານງານອົງການສະຫະປະຊາຊາດ ໄດ້ກ່າວວ່າ ພວກເຮົາ ມີຄວາມຍິນດີຕໍ່ຜົນສຳເລັດທີ່ມີຄວາມສຳຄັນໃນຄັ້ງນີ້ຂອງລັດຖະບານລາວ,ຊຶ່ງ​​ສະແດງໃຫ້ເຫັນເຖີງຄວາມກ້າວໜ້າອັນຕໍ່ເນື່ອງພາຍໃຕ້ການວາງແຜນນະໂຍບາຍທີ່ດີແລະຖືກຕ້ອງ, ເພື່ອກ້າວໄປສູ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8. ອົງການສະຫະປະຊາຊາດຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອລາວ​​ໃນຂະບວນການຕ່າງໆເພື່ອ​​ຫຼຸດພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາແລະເພື່ອບັນລຸວາລະແຫ່ງການພັດທະນາປີ 2030ທີ່ມີຄວາມຍືນຍົງ, ​ຄວາມສະເໝີພາບ, ວັດທະນາຖາວອນແລະບໍ່ປະປ່ອຍໃຜໄວ້ຢູ່ເບື້ອງຫຼັງ.”

ຄະນະກຳມະການ ວ່າດ້ວຍນະໂຍບາຍເພື່ອການພັດທະນາແຈ້ງວ່າ ຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ(GNI) ຂອງ ສປປ ລາວ ແມ່ນ 1,996 ໂດລາສະຫະລັດຊຶ່ງຫຼາຍກວ່າ ເກນມາດຕະຖານຂັ້ນຕ່ຳ ຄື 1,230 ໂດລາສະຫະລັດຫຼືສູງກວ່ານັ້ນຊຶ່ງແມ່ນເກນມາດຕະຖານທີ່ວາງໄວ້ (1,232 ໂດລາສະຫະລັດຊຶ່ງທຽບໃສ່ປະລິມານທີ່ເພີ່ມຂຶ້ເລັກນ້ອຍ 1,242 ໂດລາສະຫະລັດໃນປີ 2015). ສຳລັບ ດັດຊະນີ​​ຊັບສິນມະນຸດ ສາມາດບັນລຸໄດ້72.8 ທຽບໃສ່ເກນມາດຖານທີ່ວາງໄວ້ຊຶ່ງແມ່ນ 66 ຫຼືສູງກວ່ານັ້ນ (60.8 ຊຶ່ງຢູ່ໃນລະດັບເດີມໃນປີ 2015) ແລະດັດສະນີຄວາມອອ່ນໄຫວດ້ານເສດຖະກິດສາມາດບັນລຸໄດ້ 33.7, ຊຶ່ງມີຄວາມໃກ້ຄຽງກັບເກນມາດຕະຖານ ຄື 32 ຫຼືຕ່ຳກວ່ານັ້ນ (36.2 ​ຊຶ່ງ​​ຢູ່ໃນລະດັບດີມໃນປີ 2015).

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480415
ມື້ນີ້73
ມື້ວານ172
ອາທິດນີ້813
ເດືອນນີ້6646