ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຖະແຫຼງຂ່າວ ຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ

slk pc

-        ສະ​ບາຍ​ດີ​ຕອນ​ບ່າຍ​, ບັນດາທ່ານ​ສື່​ມວນ​ຊົນ, ທ່ານ​ຍິງ ​ແລະ ທ່ານ​ຊາຍ,

  • ຄືດັ່ງທີ່ ບັນດາທ່ານຊາບ, ສປປ ລາວ ຮູ້ສຶກເປັນກຽດ ທີ່​ໄດ້​ເປັນ​ປະທານ​ໝູນວຽນອາຊຽນ ​ໃນ​ປີ​ນີ້​ ຊຶ່ງ​ເປັນ​ຄັ້ງ​ທີ 2 ຂອງການເປັນປະທານອາຊຽນຂອງສປປ ລາວ. ພວກ​ເຮົາ​​ໄດ້​ກໍານົດເອົາ​ຄໍາຂວັນ​ທີ່​ວ່າ: “ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບປະ​ທໍາ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາຊຽນ” ສໍາລັບການ​ເປັນປະ​ທານ​ໃນ​ປີ​ນີ້ ​ເນື່ອງ​ຈາກ​ປີ 2016 ​ແມ່ນປີ​ທໍາ​ອິດ​ຂອງ​ການ​ເປັນ​ປະຊາ​ຄົມ​ອາຊຽນແລະ​ ​ເປັນ​ປີ​ທໍາ​ອິດ​ເພື່ອຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025. ຄໍາ​ຂວັນ​ຂອງ​ພວກ​ເຮົາ ​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ພະຍາຍາມ​ອັນຕໍ່ເນື່ອງຂອງອາຊຽນ ​ໃນ​ການ​ສ້າງ​ຄວາມ​​ເຂັ້ມ​ແຂງ​ໃຫ້​​ແກ່​ປະຊາ​ຄົມ​ອາຊຽນ.
  • ສໍາລັບ​​ຂ້າພະ​ເຈົ້າ​ເອງ ​ແມ່ນ​ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່ໄດ້​ເປັນ​ເຈົ້າພາບ ແລະ ​ເປັນ​ປະທານ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງ​ທີ 49 ​ແລະ ກອງ​ປະຊຸມ​ລະດັບລັດຖະມົນຕີອື່ນໆທີ່​ກ່ຽວຂ້ອງ ​ເປັນ​ເວລາ 4 ວັນ ນັບ​ຕັ້ງ​ແຕ່​ວັນ​ທີ 23 ຈົນ​ເຖິງ​ມື້​ນີ້.
  • ​ໃນ​ຄັ້ງ​ນີ້ ພວກ​ເຮົາ​ໄດ້ຈັດ​ກອງ​ປະຊຸມ​ຮ່ວມ​ກັນ​ທັງໝົດ 22 ກອງ​ປະ​ຊຸມ​​ລະ​ດັບລັດຖະມົນຕີ ດັ່ງ​ນີ້:

-       ພວກ​ເຮົາ​ມີ 3 ກອງ​ປະຊຸມຂອງ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຊຶ່ງແຕ່ລະກອງປະຊຸມມີຫນ້າທີ່ແຕກຕ່າງກັນ.

-       ພວກ​ເຮົາມີ 14 ກອງ​ປະຊຸມກັບ​ຄູ່​ຮ່ວມ​ເຈລະຈາ​ອາຊຽນ ພາຍ​ໃຕ້​ກົນ​ໄກ​ທີ່​ອາຊຽນເປັນ​ຜູ້​ລິ​ເລີ່ມ​ເຊັ່ນ: ອາຊຽນ ບວກ 1, ອາຊຽນ ບວກ 3, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ແລະ ກອງປະຊຸມ​ເວທີ​ພາກ​ພື້ນ​ອາຊຽນ.

-       ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ກໍ​ຍັງ​ມີ​ກອງ​ປະຊຸມ​ອະນຸພາກພື້ນລະດັບລັດຖະມົນ​ຕີ ອີກ 5 ກອງ​ປະຊຸມ.

  • ນອກຈາກ​ກອງປະຊຸມ​ເຫຼົ່ານີ້, ພວກ​ເຮົາ​ຍັງ​ມີ​​ອີກຫຼາຍກອງປະຊຸມ​ແບບ​ສອງ​ຝ່າ​ຍ.
  • ​ໃນ​ທຸກໆກອງ​ປະຊຸມ, ພວກ​ເຮົາ​ໄດ້​ມີ​ການ​ປຶກສາ​ຫາລື​ກັນ​ຢ່າງ​ຄົບ​ຖ້ວນ​ຮອບດ້ານ, ກົງ​ໄປ​ກົງ​ມາ ​ແລະ ມີໝາກຜົນ.
  • ​​ກອງ​ປະຊຸມ​ລັດຖະມົນ​ຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງ​ທີ 49, ພວກ​​ເຮົາ​ໄດ້​ມີ​ການ​ປຶກສາ​ຫາລື ກ່ຽວກັບບັນຫາສໍາຄັນທາງດ້ານການ​ເມືອງ, ຄວາມໝັ້ນຄົງ ​ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາພາຍ​ໃນ​ອາຊຽນ ​ແລະ ລະຫວ່າງ​ອາຊຽນ ​ແລະ ຄູ່​ຮ່ວມ​ເຈລະຈາ ແລະ ຄູ່​ຮ່ວມ​ພາຍ​ນອກ​ຢ່າງ​ມີໝາກຜົນ.

-       ພວ​ກ​ເຮົາ​ຢໍ້າຄືນ​ຄວາມໝາຍໝັ້ນ ສົ່ງເສີມຄວາມພະຍາຍາມສ້າງ​ປະຊາ​ຄົມ​ອາຊຽນ ໂດຍ​ການຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025 ​ແລະ ​ແຜນ​​ແມ່​ບົດ​ທັງ​ສາມ​ເສົາ​ຄໍ້າ ຢ່າງ​ມີ​ປະສິດທິຜົນ ​ໂດຍມີເປົ້າຫມາຍເພື່ອສົ່ງເສີມປະ​ຊາ​ຄົມ​ອາຊຽນໃຫ້ເຂັ້ມແຂງອັນເປັນການ​ປະກອບ​ສ່ວນ​​ຕໍ່​ການ​ຮັກສາ​ ​ແລະ ສົ່ງ​ເສີມ​ສັນຕິພາບ,​ ສະຖຽນລະ​ພາບ ​ແລະ ຄວາ​ມສົມບູນ​ພູນ​ສຸກ​ໃນ​ພາ​ກພື້ນ.

-       ປີ​ນີ້ ​ແມ່ນ​ຄົບຮອບ 40 ປີ ຂອງ​ສົນທິສັນຍາ​ວ່າ​ດ້ວຍ​ໄມ​ຕີ​ຈິດ ​ແລະ ກາ​ນຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສະ​ນັ້ນ,ໃນໂອກາດນີ້ ພວກ​ເຮົາ​ໄດ້​ຮັບຮອງ​ເອົາຖະ​ແຫຼງການ​ຂອງ​ລັດຖະມົນ​ຕີ​ຕ່າງປະ​ເທດ​ອາຊຽນ​ໃນ​ໂອກາດ​ຄົບຮອບ40 ປີ ຂອງ ສົນທິສັນຍາດັ່ງກ່າວ ​ເພື່ອ​ຢໍ້າຄືນ​ຄວາມໝາຍຄວາ​ມສໍາຄັນ​ຂອງສົນທິສັນຍາສະບັບນີ້ ​ຊຶ່ງ​ເປັນກົດ​​ແຫ່ງ​ການ​ປະພຶດທີ່​ສໍາຄັນ ສໍາລັບ​ການ​ດໍາ​​ເນີນ​ການ​ພົວພັນ​ລະຫວ່າງ​ລັດ​ໃນ​ພາກ​ພື້ນ ​ແລະ ​ການ​ສົ່ງ​ເສີມການ​ຮ່ວມ​ມື​ລະຫວ່າງ ອາຊຽນກັບນອກ​ພາກ​ພື້ນ ​ເພື່ອ​ສົ່ງເສີມ​ສັນຕິພາບ​, ສະຖຽນລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ. ພວກ​ເຮົາ​ຍິນ​ດີ​ທີ່ຫລາຍປະເທດໄດ້ຮັບຮູ້ ສົນທິສັນຍາດັ່ງກ່າວ ແລະ ພ້ອມທັງເຫັນ​ດີ​ຮັບ​ເອົາ 4 ປະ​ເທດ ຄື: ຈີ​ເລ, ​ເອຢິບ, ອີຣານ ​ແລະ ມາຣົກ ​ເຂົ້າ​ເປັນ​ພາຄີຂອງສົນທິສັນຍານີ້.

-       ພວກ​ເຮົາ​ຍັງ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​ຂອງ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ວ່າ​ດ້ວຍ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ໃນ​ພາກ​ພື້ນ.

-       ພວກ​ເຮົາ​ຈະ​ສືບ​ຕໍ່​​ຮັດ​ແໜ້ນກາ​ນຮ່ວມ​ມືກັບ​ຄູ່​ເຈລະຈາ ກໍຄື ການ​ຮັດ​ແໜ້ນການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ພາຍ​ນອກ​ອື່ນໆ ຜ່ານ​ບັນດາ​ກົນ​ໄກ​ທີ່​ອາຊຽນ​ເປັນ​ຜູ້​ລິ​ເລີ່​ມ ເຊັ່ນ ອາຊຽນ ບວກ 1, ອາຊຽນ ບວກ 3, ​ ກອງປະຊຸມລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊຽນ-ບວກ, ​ເວທີ​ພາກ​ພື້ນ​ອາຊຽນແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ເພື່ອ​ຜົນ​ປະ​​ໂຫຍ​ດຮ່ວມ​ກັນ ພ້ອມທັງຮັດ​ແໜ້ນຄວາມ​ເ​ປັນ​​​ແກນ​ກາງຂອງ​ອາຊຽນ ​ໃນ​ບັນດາ​ກົນ​ໄກ​ເຫຼົ່ານັ້ນ ​​​ແລະ ​ໃນ​​ໂຄງ​ສ້າງພາກ​ພື້ນ​ທີ່ພວມ​ຜັນ​ແປ. ​ໃນ​ນີ້,​ ພວກ​ເຮົາ​ໄດ້​ເຫັນ​ດີ​​ຮັບເອົາ ເຢຍລະມັນ ເປັນຄູ່ຮ່ວມພັດທະນາ ແລະ ສະວິດ ເປັນຄູ່ຮ່ວມຂະແຫນງການ.

-       ລັດຖະມົນຕີ​ຕ່າງປະ​ເທດ ​ໄດ້​ຮັບຮອງ​ເອົາ​ຖະ​ແຫລ​ງການ​ຮ່ວມ​ຂອງ​ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 49​.

  • ພວກ​​ເຮົາ, ບັນດາ​ລັດຖະມົນຕີ​ຕ່າ​ງປະ​ເທດ​ອາຊຽນ ​ໄດ້​ພົບປະ​ກັບ​ຄູ່​ຮ່ວມ​ຕໍາ​ແໜ່ງຈາກ 10 ບັນດາ​ຄູ່​ເຈລະຈາ ​​ໃນ​ແຕ່​ລະ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າ​ງປະ​ເທດ ກັບ ຄູ່​ຮ່ວມ​ເຈລະຈາ ບວກ ​ເຊັ່ນ: ອົດ​ສະຕຣາລີ, ການາ​ດາ, ຈີນ, ສະຫະພາບ​ເອີ​ລົບ, ອິນ​ເດຍ, ຍີ່ປຸ່ນ, ນິວຊີ​ແລນ, ສາທາລະນະ​ລັດ​ເກົາຫຼີ, ສະ​​​ຫະພັນ​ລັດ​ເຊຍ ​ແລະ ສະຫະ​ລັດ​ອາ​ເມ​ລິ​ກາ. ພວກ​ເຮົາ​ທົບ​ທວນຄືນ​ຄວາມ​ຄືບໜ້າຂອງ​ການ​ຮ່ວມ​ມື​ລະຫວ່າງ ອາຊຽນ ​ແລະ ຄູ່​​ເຈລະຈາ​ໃນໄລຍະຜ່ານ​ມາ ​ແລະ ໄດ້ກໍານົດ​ທິດທາງໃນ​ອະນາ​ຄົດ ​​​ເພື່ອການ​ຮັດ​ແໜ້ນການ​ຮ່ວມ​ມື​​​ໃນ​ທຸກ​ຂະ​ແໜງການ​​ໃຫ້​ໃກ້ຊິດ​ກວ່າ​ເກົ່າ ເຊັ່ນ​: ການ​ຄ້າ, ການ​ລົງທຶນ, ການ​ເຊື່ອມ​ຈອດ, ກາ​ນທ່ອງ​ທ່ຽວ ​ແລະ ການ​ໄປມາຫາສູູ່ລະຫວ່າງ​ປະຊາຊົນ.
  • ພວກ​ເຮົາ ​ໄດ້​ພົບປະກັບ​ຄູ່​ຮ່ວມຕໍາ​ແໜ່ງ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ອາຊຽນບວກ 3. ໃນນີ້, ພວກ​ເຮົາ​ຢໍ້າຄືນ​ຄວາມໝາຍໝັ້ນ​ເພື່ອ​ສົ່ງເສີມກົນໄກອາຊຽນບວກ 3 ຊຶ່ງເປັນກົນໄກສໍາຄັນ ​ເພື່ອ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ ​ໃນ​ໄລ​ຍະ​ຍາວ. ພວກ​ເຮົາ ​ໄດ້​ປຶກສາ​ຫາລື​ບັນດາ​ກິດຈະ​ກໍາ ​ເພື່ອ​ສະ​ເຫຼີມສະຫຼອງການ​ຮ່ວມມື​ອາຊຽນບວກ 3 ຄົບຮອບ 20 ປີ ​ໃນ​ປີ 2017​. ໃນຖານະເປັນ​ປະທານ​ອາຊຽນ ​ແລະ ປະທານ​ອາຊຽນບວກ​ 3, ສປປ ລາວ ​​ໄດ້​ສະ​ເໜີຮ່າງ​ຖະ​ແຫຼງການ ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການຮ່ວມ​ມື​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ທີ່​ຈະ​ຖືກ​ຮັບຮອງ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນບວກ 3 ຄັ້ງ​ທີ 19 ​ໃນ​ເດືອນ​ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ,​ ສປປ ລາວ. ຂໍ້​ສະ​ເໜີນີ້ ກໍໄດ້​ຮັບ​ການສະໜັບສະໜູນຈາກ​ບັນດາ​ປະ​ເທດ​ສະມາ​ຊິກອາຊຽນບວກ 3 ຢ່າງ​ກວ້າງຂວາງ.
  • ໃນ​ກອງ​ປະຊຸຸມລັດຖະມົນຕີ​ຕ່າງປະ​ເທດຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ,​ ພວກ​ເຮົາ​ໄດ້​ຢືນຢັນ​ຄືນ​ຄວາມສໍາຄັນ​ຂອງ​ການ​ສ້າງ​ຄວາ​ມ​ເຂັ້ມ​ແຂງ​ໃຫ້​ແກ່ກົນໄກດັ່ງກ່າວ ຊຶ່ງ​ເປັນ​ເວທີ​​ຜູ້​ນໍາ   ສໍາລັບ​ການ​ປຶກສາຫາລື ​ກ່ຽວກັບ​ບັນຫາ​​ຍຸດ​ທະ​ສາດ, ການ​ເມືອງ ​ແລະ ​ເສດຖະກິດ ທີ່​ມີ​ຄວາມ​ເປັນ​ຫ່ວງ ​ແລະ ສົນ​ໃຈ​ຮ່ວມ​ກັນ ໂດຍມີເປົ້າຫມາຍ ເພື່ອ​ສົ່ງ​ເສີມ​ສັນຕິພາບ,​ ສະຖຽນລະ​ພາບ ​ແລະ ຄວາມ​ສົມບູນ​ພູນ​ສຸກ​ທາງ​ດ້ານ​ເສດຖະກິດໃນ​ອາຊີ​ຕາ​ເວັນ​ອອກ.ພວກ​​ເຮົາ​ໄດ້​ປຶກສາ​ຫາລື ​ກ່ຽວກັບທິດທາງ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ 6 ຂົງ​ເຂດ​ບູລິ​ມະ​ສິດ​ຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ຢ່າງ​ມີ​ປະສິດທິພາບ. ​ໃນ​ນີ້, ກອງປະຊຸມ ​ໄດ້​ສະ​ແດງ​ການສະໜັບສະໜູນຢ່າງ​ກວ້າງຂວາງ​ຕໍ່​ຮ່າ​ງຖະ​ແຫຼງການວຽງຈັນ ວ່າ​ດ້ວຍ​ ການ​ສົ່ງ​​ເສີມ​ການຮ່ວມ​ມື​ ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງໃນ​ອາຊີ​ຕາ​ເວັນ​ອອກ ທີ່​​ສະ​ເໜີ​ໂດຍ ສປປ ລາວ​ເຮົາ ​ຊຶ່ງ​ຈະໄດ້​ຮັບຮອງ​ເອົາໂດຍ ​ບັນດາ​ຜູ້​ນໍາ​ອາຊີ​ຕາ​ເວັນ​ອອກ ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ຄັ້ງ​ທີ 11 ​ໃນ​ເດືອນ​ກັນຍາ 2016 ທີ່​ ນະຄອນຫຼວງວຽງຈັນ.ຖະ​ແຫຼງການ​ດັ່ງກ່າວ ​​​​ມີ​ຈຸດປະສົງ ​ເພື່ອລະດົມ​ຄວາມ​ສາມາດ​ຂອງ​ພາກ​ພື້ນ ໃນ​ການ​ສົ່ງ​ເສີມ​​ບັນດາ​ໂຄງການ​ພັດທະນາ​ພື້ນຖານ​​ໂຄງ​ລ່າງ​ ​ເພື່ອ​ກ້າວ​ໄປ​ສູ່​ການ​ຮັດ​ແໜ້ນການ​ເຊື່ອມ​ຈອດ​ພາກ​ພື້ນ ອັນ​ເປັນການ​ປະກອບ​ສ່ວນສົ່ງ​ເສີມການ​ພັດທະນາ​​ແບບ​ຍືນ​ຍົງ, ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ພາກ​ພື້ນ ກໍຄື ການສົ່ງເສີມສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ຄວາ​ມສົມບູນພູນ​ສຸກ​ໃນ​ພາກ​ພື້ນ.
  • ໃນ​ກອງ​ປະຊຸມ​ເວທີ​ພາກ​ພື້ນ​ອາຊຽນ, ພວກ​ເຮົາ​ໄດ້​ຢໍ້າຄືນ​ຄວາມ​ສໍາຄັນ​ຂອງ​ເວທີດັ່ງກ່າວ ຊຶ່ງເປັນ​ເວ​ທີ ເພື່ອການປຶກສາຫາລືຢ່າງສ້າງສັນ​ແລະ ການ​ຮ່ວມ​ມື​ທາງດ້ານ​ການ​ເມືອງ ​ແລະ ຄວາ​ມໝັ້ນຄົງທີ່​ທຸກຝ່າຍມີ​ຄວາມ​ເປັນ​ຫ່ວງ ​ແລະ ຄວາມ​ສົນ​ໃຈ​ຮ່ວມ​ກັນ ແລະ ທັງຢໍ້າຄືນ ​ບົດບາດ​ສໍາຄັນ​ຂອງເວທີພາກພື້ນອາຊຽນໃນ​ການ​ປະກອບ​ສ່ວນ ໃນການຮັບມືກັບບັນດາ​ສີ່​ງທ້າ​ທາຍ​ຕໍ່ຄວາມໝັ້ນຄົງ​ທີ່​ບໍ່​ແມ່ນ​ການ​ທະຫານ ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

-       ລັດຖະມົນຕີເວທີພາກພື້ນອາຊຽນ ​ໄດ້​ຮັບຮອງ​ເອົາ 23 ກິດຈະກໍາ ສໍາລັບສົກປີ 2016-2017 ແລະ ເຫັນດີຮັບຮອງເອົາ 3 ຖະແຫຼງການ ຄື:

  1. ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍ ການຮັດແໜ້ນການຮ່ວມມື ເພື່ອຄຸ້ມຄອງການເຄື່ອນໄຫວຂ້າມຊາຍແດນຂອງກຸ່ມອາຊະຍາກອນ;
  2. ຖະແຫຼງການເວທີພາກພື້ນອາຊຽນວ່າດ້ວຍການຮັດແໜ້ນການຮ່ວມມືລະຫວ່າງບັນດາອົງກອນທີ່ຮັບຜິດຊອບການບັງຄັບໃຊ້ກົດໝາຍທາງທະເລ; ແລະ
  3. ຖະແຫຼງການລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນກ່ຽວກັບການກໍ່ການຮ້າຍ.

ສປປ ລາວ, ໃນນາມປະທານເວທີພາກພື້ນອາຊຽນ, ໄດ້ນໍາສະເໜີປຶ້ມວິໄສທັດຄວາມໝັ້ນຄົງປະຈໍາປີ ຂອງເວທີພາກພື້ນອາຊຽນ 2016 ຊຶ່ງເປັນສະບັບທີ 17 ທີ່ໄດ້ຮວບຮວມເອົາການປະກອບຄໍາຄິດເຫັນຈາກບັນດາປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ. ປຶ້ມວິໄສທັດດັ່ງກ່າວ ຖືເປັນເອກະສານສໍາຄັນ ໃນການສົ່ງເສີມຄວາມເຂົ້າໃຈ, ການໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສ່ ລະຫວ່າງປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ.

ບັນດາທ່ານສື່ມວນຊົນ, ທ່ານຍິງ ແລະ ທ່ານຊາຍ,

  • ໃນບັນດາກອງປະຊຸມດັ່ງກ່າວນີ້, ພວກເຮົາ ໄດ້ແລກປ່ຽນທັດສະນະຢ່າງເປີດເຜີຍ, ກົງໄປກົງມາ ແລະ ສ້າງສັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ທຸກຝ່າຍມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.
  • ສະຫລຸບແລ້ວ, ຂ້າພະເຈົ້າຂໍແຈ້ງບັນດາທ່ານສື່ມວນຊົນວ່າ ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ແມ່ນໄດ້ປິດລົງດ້ວຍຜົນສໍາເລັດອັນສະຫງ່າງາມ.
  • ສິ່ງເຫຼົ່ານັ້ນ ແມ່ນໃຈຄວາມສໍາຄັນທີ່ເປັນຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ.
  • ພວກທ່ານສາມາດຊອກຫາລາຍລະອຽດເພີ່ມເຕີມໄດ້ໃນຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 49 ແລະ ບັນດາຖະແຫຼງການປະທານຂອງບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈະແຈກຢາຍ ແລະ ເອົາຂື້ນໃນເວັບໄຊໃນໄວໆນີ້.
  • ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາທ່ານລັດຖະມົນຕີທັງໝົດ ສໍາລັບການຮ່ວມມືອັນດີ, ການປະກອບສ່ວນຢ່າງຫ້າວຫັນ ແລະ ການປຶກສາຫາລືຢ່າງສ້າງສັນ ຊຶ່ງເຮັດໃຫ້ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດ ຊຶ່ງເປັນການສ້າງພື້ນຖານອັນດີ ສໍາລັບການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ​ແລະ ຄັ້ງທີ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນວັນທີ 6-8 ກັນຍາ ໃນປີນີ້ິ ໃຫ້ໄດ້ຮັບຜົນສໍາເລັດ.ຂໍເຊີນ ບັນດາທ່ານສື່ມວນຊົນທັງໝົດ ​ເພື່ອມາຕິດຕາມບັນດາ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ.
  • ຂ້າພະເຈົ້າ ຈະຂໍ​ຢຸດຢູ່​ທີ່​ນີ້ ​ແລະ ​ເປີດ​ໂອກາດ​ໃຫ້​ບັນດາ​ທ່ານ​ສື່​ມວນ​ຊົນ ມີ​ຄໍາ​​​​ຖາມ ​ແລະ ຄໍາ​ຄິດ​ເຫັນ.

ຂອບ​ໃຈ ສໍາລັບ​ການ​ຮ່ວມ​ມື.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484708
ມື້ນີ້19
ມື້ວານ205
ອາທິດນີ້1146
ເດືອນນີ້4013