ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ ຊົມເຊີຍວັນສະຖາປະນາ ສປ ຈີນ ຄົບຮອບ 72 ປີ

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ

(01.10.1949 01.10.2021)

 

ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຈີນທັງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປົດປ່ອຍ ປະຊາຊົນຈີນ ຄົບຮອບ 94 ປີ. ວັນທີ 01 ຕຸລາ 2021 ກໍເປັນອີກເຫດການໜຶ່ງ ທີ່ມີຄວາມຫມາຍຄວາມສຳຄັນ ທາງດ້ານປະຫວັດສາດຂອງ ສປ ຈີນ ເພາະເປັນ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ຄົບຮອບ 72 ປີ (01.10.1949- 01.10.2021).

ເມື່ອຫວນຄືນປະຫວັດສາດ ແຫ່ງການດຳເນີນພາລະກິດປະຕິວັດຊາດ ປະຊາທິປະໄຕ ຂອງ ສປ ຈີນ ໂດຍພາຍໃຕ້ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກຄອມມູນິດຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ 1921, ສົມທົບກັບນໍ້າໃຈເສຍສະຫລະອັນສູງສົ່ງຂອງປະຊາ ຊົນຈີນບັນດາເຜົ່າ, ເຮັດໃຫ້ພາລະກິດປະຕິວັດຊາດປະຊາທິປະໄຕຢູ່ຈີນ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 01 ຕຸລາ 1949 ຢ່າງເປັນທາງການ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ພັກຄອມມູນິດຈີນ ໄດ້ສືບຕໍ່ນຳພາປະຊາຊົນຈີນບັນດາເຜົ່າ ດຳເນີນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

ການຟື້ນຟູຖານະຖືກກົດຫມາຍຂອງ ສປ ຈີນ ຢູ່ສະຫະປະຊາຊາດ ໃນປີ 1971 ແລະ ການປະຕິບັດນະ ໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນປີ 1978, ໄດ້ເປີດສັງກາດໃຫມ່ແຫ່ງການສ້າງສາພັດທະນາປະ ເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ຜ່ານການປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນເວລາ 40 ກວ່າປີຜ່ານມາ, ໄດ້ເຮັດໃຫ້ເສດຖະກິດຂອງຈີນຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະ ດັບສູງ ກາຍເປັນປະເທດມະຫາອຳນາດທາງດ້ານເສດຖະກິດອັນດັບສອງຂອງໂລກ ນັບແຕ່ປີ 2010 ເປັນຕົ້ນມາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເປັນກ້າວໆມາ ແລະ ສາມາດປະກາດລົບລ້າງຄວາມ ທຸກຍາກ ໃນປີ 2020, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວແບບກ້າວກະໂດດ, ມີສະຖານີອາວະກາດເປັນຂອງຕົນເອງ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ຢູ່ພາກພື້ນ ແລະ ສາກົນສູງເດັ່ນຂື້ນ, ຄຳຄິດເຫັນ ແລະ ຂໍ້ສະເໜີແນະຂອງ ສປ ຈີນ ນັບມື້ນັບໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການສະໜັບສະໜູນຈາກສາກົນ ໂດຍສະເພາະແມ່ນເປົ້າຫມາຍການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດ ແລະ ຂໍ້ລິເລີ່ມ ໜຶ່ງແລວ, ໜຶ່ງເສັ້ນທາງທີ່ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ຍົກຂຶ້ນໃນປີ 2012 ແລະ ປີ 2013.

ໃນໄລຍະ 72 ປີຜ່ານມາ, ເສັ້ນທາງການສ້າງສາພັດທະນາປະເທດຊາດຂອງຈີນ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ ຍ້ອນຖືກປິດລ້ອມໃນຫລາຍດ້ານ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາ ອັນສະຫຼາດສ່ອງໃສ ແລະ ປີຊາສາມາດ ຂອງພັກຄອມມູນິດຈີນ, ໂດຍມີ ປະທານ ເໝົາ ເຈີຕຸງ ເປັນຜູ້ນຳພາ ແລະ ບັນດາທ່ານຜູ້ນຳພັກ-ລັດຂອງຈີນ ໃນຫລາຍຮຸ້ນຫລາຍສະໄໝຜ່ານມາ ຈົນເຖິງໃນໄລຍະແຫ່ງການຊີ້ນຳ-ນຳພາ ຂອງທ່ານ ສີ ຈິ້ນຜິງ ກໍຄື ໃນປັດຈຸບັນ, ເຊິ່ງໄດ້ເຮັດໃຫ້ ສປ ຈີນ ຍາດໄດ້ຜົນສໍາເລັດອັນຍິ່ງໃຫຍ່ຫລາຍດ້ານເປັນກ້າວໆມາ ອັນທີ່ພົ້ນເດັ່ນ ແມ່ນໄດ້ນໍາພາປະຊາຊົນຈີນທົ່ວປວງຊົນທັງຊາດ ບັນລຸເປົ້າຫມາຍ 100 ປີ ເຫດການທີໜຶ່ງ ໃນການສ້າງລະບອບສັງຄົມນິຍົມອີ່ມໜໍາສໍາລານຢ່າງຮອບດ້ານ ເຊິ່ງສະແດງອອກຢູ່ບ່ອນວ່າ ຄວາມທຸກຍາກໄດ້ຮັບການລົບລ້າງໂດຍເດັດຖານ ໃນຂອບເຂດທົ່ວປະເທດ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ໃນເດືອນກໍລະກົດ 2021 ຜ່ານມາ ແລະ ພວມນໍາພາປະຊາຊົນທັງຊາດສູ້ຊົນເຮັດສຳເລັດເປົ້າຫມາຍ 100 ປີ ເຫດການທີສອງ ໃນການສ້າງ ສປ ຈີນ ໃຫ້ກາຍເປັນ ປະເທດຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝ ໃນປີ 2049 ໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ, ແນໃສ່ບັນລຸເປົ້າຫມາຍຄວາມໄຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ. ປັດຈຸບັນ, ທົ່ວພັກທົ່ວປວງຊົນຈີນ ກໍາລັງອອກແຮງສູ້ຊົນຍາດເອົາໄຊຊະນະອັນໃຫມ່ທີ່ຍິ່ງໃຫຍ່ກວ່າເກົ່າ, ບາກບັ່ນສູ້ຊົນຢ່າງບໍ່ລົດລະເພື່ອບັນລຸຄວາມໄຝ່ຝັນຂອງຈີນ, ເຊິ່ງບໍ່ມີກໍາລັງແຮງໃດຈະສາມາດຢັບຢັ້ງໄດ້. ຜົນສໍາເລັດໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສະຫລາດສ່ອງໃສ ໃນການຊີ້ນຳ-ນຳພາຂອງພັກຄອມມູນິດຈີນ ໂດຍມີ ທ່ານ ສີ ຈິ້ນຜິງ ເປັນຜູ້ນໍາພາ, ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນຈີນບັນດາເຜົ່າ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງສະມາຊິກພັກ-ພະນັກງານ ທີ່ຖືເອົາຜົນປະ ໂຫຍດຂອງປະຊາຊົນເປັນກົກ, ສິ່ງດັ່ງກ່າວຈະກາຍເປັນກໍາລັງແຮງອັນແຂງກ້າ ໃນການເອົາຊະນະທຸກຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍ ແນໃສ່ບັນລຸຄວາມໄຝ່ຝັນຂອງຈີນໃນການສ້າງປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

ນັບແຕ່ ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສ້າງຕັ້ງ ໃນປີ 1949 ເປັນຕົ້ນມາ, ຍາມໃດ ກໍຢືນຢູ່ຄຽງຂ້າງປະເທດກຳລັງພັດທະນາ, ຕໍ່ສູ້ເພື່ອຄວາມເປັນທໍາ ແລະ ຜົນປະໂຫຍດລວມຂອງມວນມະນຸດ. ພາຍຫລັງປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ສປ ຈີນ ໄດ້ກາຍມາເປັນປະເທດທີ່ເສດຖະກິດມີຄວາມເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ ເຊິ່ງໄດ້ນຳເອົາກາລະໂອກາດ ແລະ ຄວາມຮັ່ງມີຜາສຸກມາໃຫ້ປະຊາຄົມໂລກ, ເປັນເຈົ້າການໃນການປະຕິບັດພັນທະສາກົນ, ປະກອບສ່ວນຢ່າງຫ້າວຫັນເຂົ້າໃນຂະບວນການຮັກສາສັນຕິ ພາບຂອງອົງການສະຫະປະຊາຊາດ, ຖືສໍາຄັນການຊ່ວຍເຫລືອປະເທດທີ່ທຸກຍາກ. ມາເຖິງປັດຈຸບັນ, ສປ ຈີນ ໄດ້ຕອບສະໜອງວັກແຊງຕ້ານພະຍາດ ໂຄວິດ-19 ໃຫ້ແກ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນຮູບແບບຕ່າງໆ ຫລາຍກວ່າ 100 ປະເທດ ໃນຈຳນວນຫລາຍກວ່າ 770 ລ້ານຫລອດ.

ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ເປັນຄູ່ຮ່ວມຊະຕາກຳ ທີ່ມີອຸດົມການສັງຄົມນິຍົມດຽວກັນກັບປະຊາຊົນຈີນບັນດາເຜົ່າ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ຕໍ່ຜົນສຳເລັດຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ຍາດມາໄດ້ຕະຫລອດໄລຍະ 72 ປີ. ຜົນສໍາເລັດອັນຍິ່ງໃຫຍ່ຂອງຈີນ ຈະກາຍເປັນບົດຮຽນ ແລະ ກຳລັງໃຈໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອນໍາພາປະຊາຊົນລາວບັນດາເຜົ່າ ຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງບັນດາປະຖົມປັດໃຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.

 

ໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ,

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ

ນະຄອນຫຼວງວຽງຈັນ, ວັນທີ 01 ຕຸລາ 2021

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484568
ມື້ນີ້84
ມື້ວານ188
ອາທິດນີ້1006
ເດືອນນີ້3873