ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຫັນວ່າ ເເຜນການຈະຮັບຮອງເອົາກົດໝາຍວ່າດ້ວຍການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຕ່າງໆ ຂອງເຂດປົກຄອງພິເສດຮົງກົງ ເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ ໂດຍກອງປະຊຸມສະພາປະຊາຊົນທົ່ວປະເທດຄັ້ງທີ 3 ສະໄຫມທີ 13 ຂອງ ສປ ຈີນ ທີ່ພວມດຳເນີນຢູ່ໃນປະຈຸບັນນັ້ນ ແມ່ນສອດຄ່ອງກັບກົດໝາຍ, ລັດຖະທຳມະນູນ ຂອງ ສປ ຈີນ ແລະ ເປັນສິດອັນຊອບທຳໃນການປົກປັກຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດ ຂອງ ສປ ຈີນ.
ລັດຖະບານ ສປປ ລາວ ເວລາໃດກໍ່ຢຶດໝັ້ນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງແມ່ນເຂດປົກຄອງພິເສດຂອງ ສປ ຈີນ ຕາມລະບົບ “ຈີນດຽວ ສອງລະບອບ”.