ພະນະທ່ານປີເຕີ ໂກສກຣົບ
ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ
ທີ່ ແຄນເບີຣາ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດອົດສະຕຣາລີ ຄົບຮອບ 229 ປີ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທຸກຖ້ວນໜ້າ.
ພະນະທ່ານ ປຣານາບ ມູເຄີຈີ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ
ນິວແດນລີ
ພະນະທ່ານ,
ໃນນາມ ລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄຳຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອິນເດຍ ທຸກຖ້ວນໜ້າ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບຮອບ 67 ປີ.
ພະນະທ່ານ ເດີມີຕຣີ ເມດເວດເດບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ
ທີ່ ນະຄອນຫຼວງ ມົດສະກູ