ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ໂທລະເລກສະແດງຄວາມເຫັນໃຈ ຈາກນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ

 

ພະນະທ່ານ ຊິນ​ໂຊ ອາ​ເບະ

ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ

ທີ່ ນະຄອນຫຼວງ ​ໂຕກຽວ

 

 

ພະນະທ່ານ,

 

        ຂ້າພະເຈົ້າ ຮູ້ສຶກ​ເສົ້າ​ສະຫຼົດ​ໃຈ ທີ່ໄດ້ຮັບຊາບຂ່າວ ການ​ເກີດ​ແຜ່ນດິນ​ໄຫວຫຼາຍຄັ້ງ ຢູ່ ທາງ​​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ ຍີ່ປຸ່ນ ນັບ​ແຕ່​ວັນ​ທີ 14 ​ເມສາ 2016 ​ເປັນ​ຕົ້ນ​ມາ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊີວິດ, ຊັບ​ສິນ, ອາຄານ ​ແລະ ລະບົບ​ພື້ນຖານ​ໂຄງ​ລ່າງ ຢູ່​ບໍລິ​ເວນ​ດັ່ງກ່າວ ຢ່າງໜັກໜ່ວງ.

 

 

          ຂ້າພະ​ເຈົ້າ ໃນນາມລັດຖະບານ ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຂໍສະແດງຄວາມເຫັນໃຈ ແລະ ​ແບ່ງ​ເບົາ​ຄວາມທຸກ​ໂສກ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ໂດຍສະເພາະຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ ຈາກ​ເຫດການໄພພິບັດ​ທາງທຳມະຊາດໃນຄັ້ງນີ້.

 

 

ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມ​ພະຍາຍາມ​ເອົາ​ໃຈ​ໃສ່​ຈາກ​ລັດຖະບານ ຍີ່ປຸ່ນ ​ໂດຍ​ມີ​ພະນະ​ທ່ານ ​ເປັນ​ຜູ້​ຊີ້ນຳ ​ແລະ ດ້ວຍ​ມູນ​ເຊື້ອ​ແຫ່ງຄວາມ​ສາມັກຄີ ​ເປັນ​ຈິດໜຶ່ງ​ໃຈ​ດຽວກັນ ຂອງ​ປະຊາຊົນຍີ່ປຸ່ນ ສະພາບ​ການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ກັບ​ຄືນ​ສູ່​ສະພາບ​ປັກ​ກະຕິ​ໂດຍ​ໄວ.

                                                                                                               ນະຄອນຫຼວງວຽງຈັນ 18 ເມສາ 2016

                               ທອງ​ສິງ ທຳ​ມະ​ວົງ

                               ນາຍົກລັດຖະມົນຕີ ແຫ່ງ

                             ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໂທລະເລກສະແດງຄວາມເຫັນໃຈ ຈາກປະທານປະເທດ ສປປ ລາວ ເຖິງ ປະທານາທິບໍດີ ເອກົວດໍ

 

ພະນະທ່ານ ຣາຟາເອັນ ວີເຊັນເຕ ໂກເຣອາ ແດນກາໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ

 

ທີ່ ນະຄອນຫຼວງ ກິໂຕ

 

 

ພະນະທ່ານ,

 

   ຂ້າພະເຈົ້າໄດ້ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ເຫດການແຜ່ນດິນໄຫວ ຢູ່ບໍລິ​ເວນຝັ່ງມະຫາສະໝຸດ​ປາຊີຟິກ ຂອງເອກົວດໍ ອັນໄດ້ເຮັດໃຫ້ ມີການສູນເສຍຊີວິດຂອງປະຊາຊົນ​ເອກົວດໍ ເປັນຈຳນວນຫຼາຍ ແລະ ຊັບສິນຖືກທຳລາຍໜັກໜ່ວງ.

 

   ໃນນາມລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງ ແລະ ຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ເອກົວດໍ, ໂດຍສະເພາະແມ່ນ ຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກ ໄພທຳມະຊາດໃນຄັ້ງນີ້.

 

    ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພະນະທ່ານ ປະເທດເອກົວດໍ ຈະສາມາດ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ກັບສູ່ສະພາບ ປົກກະຕິໂດຍໄວ.

                                                                                                                ນະຄອນຫຼວງວຽງຈັນ 18 ເມສາ 2016

 

                                                             ຈູມມາລີ ໄຊຍະສອນ

                                                         ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສານເສົ້າສະຫລົດໃຈຈາກ ທ່ານປະທານປະເທດ ແຫ່ງ ສປປ ລາວ ຕໍ່ເຫດການແຜ່ນດິນໄຫວ ຢູ່ ບໍລິເວນຝັ່ງມະຫາສະໝຸດປາຊີຟິກ ຂອງ ເອກົວດໍ

ທີ່ ນະຄອນຫຼວງວຽງຈັນ 18 ເມສາ 2016

ພະນະທ່ານ ຣາຟາເອັນ ວີເຊັນເຕ ໂກເຣອາ ແດນກາໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ

ທີ່ ນະຄອນຫຼວງ ກິໂຕ

ອ່ານເພີ່ມເຕີມ... 

ແຈ້ງການ

 

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404543
ມື້ນີ້19
ມື້ວານ171
ອາທິດນີ້954
ເດືອນນີ້6583