ນະຄອນຫຼວງວຽງຈັນ, ວັນທີ 01 ຕຸລາ 2020
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ກິນີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ກິນີ ຄົບຮອບ 62 ປີ.
ນະຄອນຫຼວງວຽງຈັນ, ວັນທີ 01 ຕຸລາ 2020
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສະຫະພັນ ສາທາລະນະລັດ ນີເຊີຣີ ຄົບຮອບ 60 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ນີເຊີຣີ ທຸກຖ້ວນໜ້າ.
ເຖິງ: ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫ່ຍ ຄະນະກໍາມະການສູນກາງພັກກອມມູນິດຈີນ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.
ທີ່ ນະຄອນຫຼວງປັກກິ່ງ.
ສະຫາຍ ທີ່ຮັກແພງ,
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 71 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.