ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ບົດຄວາມ 60 ປີ ແຫ່ງການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຣັດເຊຍ-ລາວ

 

SLavrov

 

ໂດຍທ່ານ: ເຊີຣເກ ລາວາຣົບ, ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແຫ່ງ ສະຫະພັນ ຣັດ​ເຊຍ

 

 

ໃນປີນີ້້, ສອງປະເທດພວກເຮົາສະເຫຼີມສະຫຼອງວັນສຳຄັນຄົບຮອບ 60 ປີແຫ່ງການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ລະຫວ່າງ ສະຫະພາບ ໂຊວຽດ ຫຼື ສະຫະພັນຣັດເຊຍ ແລະ ສປປ ລາວ ນັບ​ແຕ່ວັນ​ທີ 7 ຕຸ​ລາ 1960 ເປັນຕົ້ນມາ.

75 ປີ ແຫ່ງໄຊຊະນະປົກ​ປ້ອງ​ປິ​ຕຸ​ພູມ ແມ່ນສັນຍາລັກທີ່ມີຄວາມສໍາຄັນອັນຍິ່ງໃຫຍ່, ຊຶ່ງເປັນການສິ້ນສຸດສົງຄາມ ໂລກຄັ້ງທີ 2 ​ພາຍ​ຫລັງການປະລາໄຊ ຂອງ ນາຊີ, ອັນເປັນແຮງດັນຊຸກຍູ້ໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ປະຊາ ຊົນ ໃຫ້ພົ້ນຫລຸດອອກຈາກອານານິຄົມ ໃນ ອາຊີ. ລາວ ໄດ້ມີຄວາມພະຍາຍາມຕໍ່ສູ້ເປັນ​ເວ​ລາຫຼາຍທົດສະວັດຢ່າງໜັກໜ່ວງ ເພື່ອ ປົດປ່ອຍຕົນເອງ ແລະ ຕໍ່ມາໃນເດືອນ ຕຸລາ 1945 ຈຶ່ງໄດ້ປະກາດເອກະລາດເພື່ອປົກປັກຮັກສາດິນແດນຂອງຕົນ. ໃນປີ 1954 ໃນກອງປະຊຸມ ເຊີແນວ, ສະ​ຫະ​ພາບ​ສັງ​ຄົມ​ນິ​ຍົມ​ໂຊ​ວຽດ ໄດ້ມີສ່ວນຮ່ວມໃນການເຄື່ອນໄຫວ ໂດຍສະເໜີ ໃຫ້ຢຸດຕິການຮຸກຮານ ຂອງ ຝຣັ່ງ ຕໍ່ຕ້ານປະຊາຊົນອິນດູຈີນ ແລະ ຮັບປະກັນຄວາມເປັນກາງ ຂອງປະເທດລາວ ໃນປີຕໍ່ໆມາ. ການສະເໜີສ້າງຕັ້ງສາຍພົວພັນທາງການທູດ ຂອງ ລັດຖະບານລາວ ໂດຍໄດ້ຮັບການຕອບສະໜອງເປັນຢ່າງດີຈາກການນໍາຂອງ ສ​ະ​ຫະ​ພາບໂຊວຽດ ໃນເດືອນ ສິງຫາ 1960.

ອ່ານເພີ່ມເຕີມ... 

ການນຳຂັ້ນສູງຂອງ ຣັດເຊຍ ສົ່ງສານຊົມເຊີຍວັນການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ ເຖິງຄູ່ຮ່ວມຕ່ຳແໜ່ງຝ່າຍລາວ

 

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

 

ພະນະທ່ານ,

ຕາງໜ້າລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄໍາຊົມເຊີຍອັນຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສ. ຣັດເຊຍ ແລະ ສປປ ລາວ.

ຂ້າພະເຈົ້າ ຂໍຢືນຢັນອີກເທື່ອໜຶ່ງວ່າການພົວພັນຮ່ວມມື ຣັດເຊຍ-ລາວ ແມ່ນບົນພື້ນຖານມູນເຊື້ອມິດຕະພາບອັນແໜ້ນແຟ້ນ, ເຄົາລົບນັບຖື ແລະ ສະໜັບສະໜູນເຊິ່ງກັນແລະກັນ. ຕະຫຼອດໃນໄລຍະ 6 ທົດສະວັດຜ່ານມາ ການພົວພັນສອງຝ່າຍໄດ້ກ້າວຂຶ້ນສູ່ລະດັບການເປັນຄູ່ຮ່ວມມືຍຸດທະສາດນໍາກັນ. ການພົວ ພັນຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, ວິທະຍາສາດ ແລະ ເຕັກນິກ ແລະ ມະນຸດສະທໍາ ໄດ້ຂະ ຫຍາຍຕົວຢ່າງກວ້າງຂວາງ, ບັນດາໂຄງການຮ່ວມມືຂະໜາດໃຫຍ່ແມ່ນກໍາລັງໄດ້ຮັບການຈັດຕັ້ງປະຕິບັດ.

ອ່ານເພີ່ມເຕີມ... 

ສານຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ

 

ພະນະທ່ານ ມິຄາອິລ ວະລາດິມີໂຣວິຊ ມິດຊູສຕິນ,

ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ

ທີ່ ມົດສະກູ

ພະນະທ່ານ,

ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ, ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480398
ມື້ນີ້56
ມື້ວານ172
ອາທິດນີ້796
ເດືອນນີ້6629