ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານສະແດງຄວາມຊົມເຊີຍສົ່ງເຖິງ ສົມເດັດ ເຈົ້າຊາຍ ຊາລມານ ບິນ ຮາມາດ ອາລ ຄາລິຟາ, ອົງມົງກຸດຣາຊະກຸມມານ, ຮອງຜູ້ບັນຊາການທະຫານສູງສຸດ, ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ບາເຣນ ອີກຕໍາແໜ່ງໜຶ່ງ

 


ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2020

 

ສົມເດັດ,

ຂ້າພະເຈົ້າ ຂໍສະແດງ​​ຄວາມຊົມເຊີຍຢ່າງຈິງໃຈມາຍັງສົມເດັດໃນໂອກາດທີ່ ສົມເດັດໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກບາເຣນ.

ອ່ານເພີ່ມເຕີມ... 

ໂທລະເລກອວຍພອນ ເນື່ອງໃນໂອກາດ ວັນຄ້າຍວັນສະເຫຼີມພະຊົນມະພັນສາ ຂອງ ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ

 


ນະຄອນຫຼວງວຽງຈັນ, ວັນທີ 01 ທັນວາ 2020

 

ພະບາດສົມເດັດ,

ເນື່ອງໃນໂອກາດ ວັນຄ້າຍວັນສະເຫຼີມພະຊົນມະພັນສາ ຂອງ ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໃນນາມປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ຖວາຍຄວາມຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງ ພະອົງ, ພະລາຊີນີ ແລະ ພະບໍຣົມວົງສານຸວົງທຸກພະອົງ.

ປີ 2020 ເປັນປີທີ່ມີຄວາມໝາຍຄວາມສຳຄັນ ແຫ່ງການສະເຫຼີມສະຫຼອງ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ລາວ-ໄທ. ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃນຖານະປະເທດເພື່ອນບ້ານໃກ້ຄຽງທີ່ດີ ແລະ ເປັນຍາດພີ່ນ້ອງທີ່ມີພາສາປາກເວົ້າ ແລະ ວັດທະນະທໍາທີ່ຄ້າຍຄືກັນ ລະຫວ່າງ ສອງປະເທດພວກເຮົາ ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ອັນໄດ້ນໍາເອົາຜົນປະໂຫຍດຕົວຈິງຫຼາຍດ້ານ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ປະເທດຊາດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຢ່າງບໍ່ຢຸດຢັ້ງ ແລະ ຂໍຖວາຍພອນໄຊອັນປະເສີດແດ່ ພະອົງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ອາຍຸຍິ່ງຍືນຍາວນານ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນຊາວໄທທຸກຖ້ວນໜ້າຕະຫຼອດໄປ ກໍຄື ເພື່ອຄວາມຈະເລີນງອກງາມຂອງສາຍພົວພັນມິດຕະພາບ ສອງຊາດ ລາວ-ໄທ.

ດ້ວຍຄວາມນັບຖືຢ່າງສູງ.                

                                                   

ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

 


ນະຄອນຫຼວງວຽງຈັນ, ວັນທີ 01 ທັນວາ 2020

 

       ພະນະທ່ານ,

       ເນື່ອງໃນໂອກາດ ອັນສະຫງ່າລາສີ ແຫ່ງ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງ ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ.

       ຂ້າພະເຈົ້າ ມີຄວາມພາກພູມໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດລາວ ແລະ ໄທ ທີ່ມີມາແຕ່ດົນນານ ໃນຫຼາຍຂົງເຂດ ແລະ ຫຼາຍລະດັບ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ປີ 2020 ເປັນປີທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະເປັນປີແຫ່ງການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດສອງປະເທດ ລາວ-ໄທ, ຂ້າພະເຈົ້າ ມີຄວາມໝຸ້ງໝັ້ນທີ່ຈະສືບຕໍ່ຮ່ວມມືກັບ ພະນະທ່ານ ຢ່າງໃກ້ຊິດເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມມືທີ່ມີປະສິດທິຜົນເຫຼົ່ານັ້ນ ໃຫ້ນັບມື້ນັບເກີດດອກອອກຜົນຫຼາຍຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດຂອງພວກເຮົາ ກໍຄື ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຂອງພາກພື້ນ ແລະ ໃນໂລກ.

       ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍຄົວຄອບ ແລະ ປະຊາຊົນໄທທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດ ຂອງພະນະທ່ານ.

       ດ້ວຍຄວາມນັບຖືຢ່າງສູງ.

         

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

 


ນະຄອນຫຼວງວຽງຈັນ, ວັນທີ 01 ທັນວາ 2020

 

       ພະນະທ່ານ,

      ເນື່ອງໃນໂອກາດ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງ ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄຳອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ທຸກຖ້ວນໜ້າ.

     ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ພິເສດ, ປີ 2020 ນີ້ ຍິ່ງມີຄວາມໝາຍຄວາມສໍາຄັນແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ເພາະເປັນປີແຫ່ງການສະເຫຼີມສະຫຼອງ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ການພົວພັນທີ່ເປັນມູນເຊື້ອອັນດີງາມຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງປະເທດເຮົາ, ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວດີຍິ່ງໆຂຶ້ນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະໃນຂອບອາຊຽນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ໄທ ທັງປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວອາຊຽນຂອງພວກເຮົາອີກດ້ວຍ.

      ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ພ້ອມດ້ວຍພະນັກງານ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.

       ດ້ວຍຄວາມນັບຖືຢ່າງສູງ.

                                                                                      

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ດອນ ປະຣະມັດວິໄນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ

ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ


 

ໂທລະເລກອວຍພອນວັນຊາດລາວ ຄົບຮອບ 45 ປີ ຈາກການນຳຂັ້ນສູງ ແຫ່ງ ສສ. ຫວຽດນາມ

ເຖິງ: - ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

-       ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

-       ສະຫາຍ ນ. ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ທີ່ນະຄອນຫຼວງວຽງຈັນ

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາສະຫາຍ ແລະປະຊາຊົນລາວ ບັນດາເຜົ່າອ້າຍນ້ອງທຸກຖ້ວນໜ້າ.

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480274
ມື້ນີ້104
ມື້ວານ157
ອາທິດນີ້672
ເດືອນນີ້6505