ໂທລະເລກຊົມເຊີຍ
ເຖິງ: ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ ນະຄອນຫຼວງຮ່າໂນຍ
ສະຫາຍ ຫງວຽນ ຊວັນ ຟຸກ ທີ່ນັບຖື,
ຂ້າພະເຈົ້າໄດ້ຕິດຕາມຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຫວຽດນາມ ຄັ້ງທີ 11 ຊຸດທີ XIII ດ້ວຍຄວາມຊົມຊື່ນຍິນດີເປັນຢ່າງຍິ່ງ ແລະ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງສະຫາຍ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຊຶ່ງເປັນການຢັ້ງຢືນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງ ຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ການຊີ້ນໍານໍາພາ ແລະ ການບໍລິຫານງານຂອງສະຫາຍ ຕະຫຼອດໄລຍະຜ່ານມາ.
ຂ້າພະເຈົ້າເຊື້ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ບົດຮຽນ ແລະ ປະສົບການອັນອຸດົມສົມບູນຂອງສະຫາຍ, ສສ ຫວຽດນາມ ຈະສືບຕໍ່ມີສະຖຽນລະພາບ, ເສດຖະກິດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ຍົກສູງ, ຖານະບົດບາດຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບໄດ້ຮັບການຍົກສູງເດັ່ນຂຶ້ນ.
ຍິ່ງໄປກວ່ານັ້ນ, ບົດຮຽນ ແລະ ປະສົບການຂອງສະຫາຍ ທີ່ໄດ້ຊີ້ນໍານໍາພາ ວຽກງານຮ່ວມມືສອງຝ່າຍ ລາວ-ຫວຽດນາມ ມາເປັນເວລາດົນນານ ຈະປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ທ້າຍນີ້, ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງຕົນ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ດ້ວຍຄວາມຮັກແພງຖານອ້າຍນ້ອງ,
ນະຄອນຫຼວງວຽງຈັນ, ວັນທີ 7 ເມສາ 2016
ທອງສິງ ທໍາມະວົງ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ