ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ຈາກບັນດາການນຳ ແຫ່ງ ສປປ ລາວ ເຖິງ ບັນດາການນຳແຫ່ງ ສສ ມຽນມາ

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 31 ມີ​ນາ 2016

ພະ​ນະ​ທ່ານ ​ອູ ຕິນ ຈໍ

ປະ​ທາ​ນາ​ທິ​ບໍ​ດີ

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ

ພະ​ນະ​ທ່ານ,

          ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍອັນ​ອົບ​ອຸ່ນ ແລະ ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ເນື່ອງໃນ​ໂອ​ກາດ​ທີ່ໄດ້​​ຮັບ​ເລືອກ​ຕັ້ງໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນໃໝ່ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

          ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນ​ປີ​ຊາ​ສາ​ມາດ​ຂອງ ພະ​ນະ​ທ່ານ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເປັນມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນ​ ແລະ ຮີດ​ຄອງ​ປະ​ເພ​ນີອັນ​​ດີງາມ ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ຊາດ​ ລາວ ແລະ ມຽນ​ມາ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ແລະ ຂະ​ຫ​ຍາຍ​ຕົວ​ຍິ່ງໆ​ຂຶ້ນໃນ​ຊຸມ​ປີ​ຕໍ່​ໜ້າ.

          ຂ້າ​ພະ​ເຈົ້າ ຂໍ​ອວຍ​ພອນ​ໄຊ​​ໃຫ້ ພະ​ນະ​ທ່ານ ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນມີ​ກຽດ​ສູງ​ສົ່ງ​ຂອງ ​ພະ​ນະ​ທ່ານ ແລະ ນຳ​ພາ​ປະ​ຊາ​ຊົນ ມຽນ​ມາ ​ສືບ​ຕໍ່​ພັດ​ທະ​ນາ​ປະ​ເທດ​ໃຫ້ມີ​ຄວາມ​ກ້າວ​ໜ້າ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ.

                                                                                       ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

                                                                                          

   ຈູມ​ມາ​ລີ ໄຊ​ຍະ​ສອນ

                                                                                            ປະ​ທານ​ປະ​ເທດ

                                                                            ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ


ພະ​ນະ​ທ່ານ ອູ ຕິນ ຈໍ

ປະ​ທາ​ນາ​ທິ​ບໍ​ດີ

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ

ພະ​ນະ​ທ່ານ,

          ຂ້າ​ພະ​ເຈົ້າ ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ເນື່ອງໃນ​ໂອ​ກາດ​ທີ່ໄດ້​​ຮັບ​ເລືອກ​ຕັ້ງໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

          ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ ພະ​ນະ​ທ່ານ ແລະ ໃນ​ຖາ​ນະ​ທີ່​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ ແລະ ສະ​ມາ​ຊິກ​ອາ​ຊຽນ ດ້ວຍ​ກັນ​ນັ້ນ, ສາຍ​ພົວ​ພັນ​ມິດ​ຕະ​ພາບ ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ແລະ ການ​ຮ່ວມ​ມື​ອັນ​ໃກ້​ຊິດທີ່​ມີ​ມາແຕ່​ດຶກ​ດຳ​ບັນ ລະ​ຫວ່າງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ຈະ​ສືບ​ຕໍ່​​ຮັດ​ແໜ້ນ ແລະ ຂະ​ຫ​ຍາຍ​ຕົວ​ຍິ່ງໆ​ຂຶ້ນ ໃນ​ຊຸມ​ປີ​ຕໍ່​ໜ້າ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ ລາວ ແລະ ມຽນ​ມາ ກໍ​ຄືເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ ຂອງ​ຄອບ​ຄົວ​ອາ​ຊຽນ ແລະ ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ສາ​ກົນ.

          ຂ້າ​ພະ​ເຈົ້າ ຂໍ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ໃຫ້ ພະ​ນະ​ທ່ານ ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ ພະ​ນະ​ທ່ານ ແລະ ນຳ​ພາ​ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ​ສືບ​ຕໍ່​ມີ​ຄວາມ​ກ້າວ​ໜ້າ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ.

                                                                                       ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

   ທອງ​ສິງ ທຳ​ມະ​ວົງ

                                                                                         ນາ​ຍົກ​ລັດ​ຖະ​ມົນ​ຕີ

                                                                           ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ


ພະ​ນະ​ທ່ານ ​ອູ ໝິນ ສະ​ເວ

 ​ຮອງປະ​ທາ​ນາ​ທິ​ບໍ​ດີ

 ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

 ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

 ພະ​ນະ​ທ່ານ,

           ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍອັນ​ອົບ​ອຸ່ນ ແລະ ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ເນື່ອງໃນ​ໂອ​ກາດ​ ທີ່ໄດ້​​ຮັບ​ເລືອກ​ຕັ້ງ ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​​ຮອງປະ​ທາ​ນາ​ທິ​ບໍ​ດີ​ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

           ຂ້າ​ພະ​ເຈົ້າ ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນໃກ້​ຊິດ ລະ​ຫວ່າງ ສອງ​ປະ​ເທດ ລາວ ແລະ ມຽນ​ມາ ໄດ້​ສືບ​ຕໍ່​ຂະ​ຫ​ຍາຍ​ຕົວ​ຍິ່ງໆ​ຂຶ້ນ​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ເຊື່ອ​ໝັ້ນ​ວ່າ ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ ​ຮ່ວມ​ກັບ ພະ​ນະ​ທ່ານ ເພື່ອ​ສືບ​ຕໍ່​ຮັດ​ແໜ້ນສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ​ການ​ຮ່ວມ​ມື ອັນໃກ້​ຊິດ ດັ່ງ​ກ່າວ ໃຫ້​ກ້າວຂຶ້ນ​ສູງຢ່າງ​ບໍ່​ຢຸດ​ຢັ້ງ.

           ຂ້າ​ພະ​ເຈົ້າ ຂໍ​ອວຍ​ພອນ​ໄຊ​​ໃຫ້ ພະ​ນະ​ທ່ານ ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ ​ພະ​ນະ​ທ່ານ.

                                                                                          ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

                                                                                            

       ບູນ​ຍັງ ວໍ​ລະ​ຈິດ

                                                                                           ຮອງປະ​ທານ​ປະ​ເທດ

                                                                             ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ


ພະ​ນະ​ທ່ານ ​ອູ ເຮັນ​ຣີ ວັນ ຕ່ຽວ

ຮອງປະ​ທາ​ນາ​ທິ​ບໍ​ດີ

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

ພະ​ນະ​ທ່ານ,

          ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍອັນ​ອົບ​ອຸ່ນ ແລະ ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ເນື່ອງໃນ​ໂອ​ກາດ​ທີ່ໄດ້​​ຮັບ​ເລືອກ​ຕັ້ງ ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​​ຮອງປະ​ທາ​ນາ​ທິ​ບໍ​ດີ​ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

          ຂ້າ​ພະ​ເຈົ້າ ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ ທີ່​ເຫັນ​ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະ​ຫວ່າງ ສອງ​ປະ​ເທດພວກ​ເຮົາ ໄດ້​ມີ​ການ​ພັດ​ທະ​ນາ ແລະ ສືບ​ຕໍ່​ຂະ​ຫ​ຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ຫວັງ​ວ່າ ຈະ​ໄດ້​ຮັບ​ການ​ຮ່ວມ​ມື​​ກັບ ພະ​ນະ​ທ່ານ ເພື່ອ​ສືບ​ຕໍ່​ຮັດ​ແໜ້ນສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ​ການ​ຮ່ວມ​ມື​ດັ່ງ​ກ່າວ ຂອງ​ສອງ​ປະ​ເທດ ລາວ ແລະ ມຽນ​ມາ ໃຫ້​ຂະ​ຫ​ຍາຍ​ຕົວ​ຍິ່ງໆຂຶ້ນ.

          ຂ້າ​ພະ​ເຈົ້າ ຂໍ​ອວຍ​ພອນ​ໄຊ​​ໃຫ້ ພະ​ນະ​ທ່ານ ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ ​ພະ​ນະ​ທ່ານ.

                                                                                         ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

                                                                                        

       ບູນ​ຍັງ ວໍ​ລະ​ຈິດ

                                                                                           ຮອງປະ​ທານ​ປະ​ເທດ

                                                                              ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ


ພະ​ນະ​ທ່ານ ນາງ ອອງ​ຊານ ຊູ​ຈີ

​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

ພະ​ນະ​ທ່ານ,

          ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍອັນ​ອົບ​ອຸ່ນ ແລະ ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ເນື່ອງໃນ​ໂອ​ກາດ​ທີ່ໄດ້​​ຖືກ​ແຕ່ງ​ຕັ້ງ ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

          ຂ້າ​ພະ​ເຈົ້າ ​ເຊື່ອ​ໝັ້ນ​ວ່າ ​ການ​ຮ່ວມ​ມື​ມິດ​ຕະ​ພາບ ກໍ​ຄື​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ໃກ້​ຊິດ ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນ ລະ​ຫວ່າງ ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ຈະໄດ້​ຮັບ​ການ​ສືບ​ຕໍ່ ເສີມ​ຂະ​ຫ​ຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂ້າ​ພະ​ເຈົ້າ ຫວັງ​ວ່າ ຈະ​ໄດ້​​​ເຮັດ​ວຽກຢ່າງ​ໃກ້​ຊິດ​ຮ່ວມ​​ກັບ ພະ​ນະ​ທ່ານ ​ໃນ​ການສົ່ງ​ເສີມ​ການ​ພົວ​ພັນສອງ​ຝ່າຍທີ່​ດີ​ງາມ ຂອງ​ພວກ​ເຮົາໃນ​ປະ​ຈຸ​ບັນ ກໍ​ຄື​ການ​ຮ່ວມ​ມືໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ ໂດຍ​ສະ​ເພາະ ​ໃນ​ຂອບອາ​ຊຽນ, CLMV, ACMECS ແລະ ອື່​ນໆ​ອີກ ເພື່ອ​ຜົນ​ປະ​ໂຫຍດຂອງ​ປະ​ຊາ​ຊົນ​ສອງ​ຊາດ​ ພວກ​ເຮົາ, ເພື່ອ​ສັນ ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື ຂອງ​ພາກ​ພື້ນ ແລະ ຂອງ​ໂລກ.

          ຂ້າ​ພະ​ເຈົ້າ ຂໍ​ຖື​ໂອ​ກາດນີ້ ​ອວຍ​ພອນ​ໄຊ​​ໃຫ້ ພະ​ນະ​ທ່ານ ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ ​ພະ​ນະ​ທ່ານ.

 

                                                                                         ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.                                              

 

     ທອງ​ລຸນ ສີ​ສຸ​ລິດ

                                                                                       ຮອງນາຍົກລັດຖະມົນຕີ,

                                                                             ລັດຖະມົນຕີວ່າການກະຊວງການຕ່າງປະເທດ

                                                                         ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484426
ມື້ນີ້130
ມື້ວານ273
ອາທິດນີ້864
ເດືອນນີ້3731