ນະຄອນຫຼວງວຽງຈັນ, ວັນທີ 23 ມີນາ 2016
ພະນະທ່ານ ດີມີຕຼີ ເມດເວເດັບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງມົດສະກູ
ພະນະທ່ານ ທີ່ນັບຖື,
ຂ້າພະເຈົ້າ ໄດ້ຊາບຂ່າວ ດ້ວຍຄວາມເສົ້າໂສກເປັນຢ່າງຍິ່ງ ກ່ຽວກັບ ຍົນໂດຍສານ Boeing 737-800 ຂອງສາຍການບິນ Fly Dubai (ຖ້ຽວບິນ 981 FZ ຈາກດູໄບ) ເກີດອຸບັດຕິເຫດ ຢູ່ສະໜາມບິນ Rostov-on-Don ໃນວັນທີ 19 ມີນາ 2016 ເຊິ່ງເຮັດໃຫ້ມີການສູນເສຍຊີວິດຢ່າງຫຼວງຫຼາຍ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເສົ້້າສະຫຼົດໃຈ ແລະ ຄວາມເຫັນໃຈອັນສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ກໍ່ຄື ຕໍ່ກັບຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກເຫດໂສກນາດຕະກຳດັ່ງກ່າວ.
ດ້ວຍຄວາມນັບຖືຢ່າງສູງ,
ທອງສິງ ທຳມະວົງ,
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ