ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ນະຄອນຫຼວງວຽງຈັນ, ວັນທີ 20 ມີນາ 2023
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕຸຍນີຊີ ຄົບຮອບ 67 ປີ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ຕຸຍນີຊີ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຄາອິຊ ຊາເອັດ
ປະທານາທິບໍດີ
ແຫ່ງ ສາທາລະນະລັດ ຕຸຍນີຊີ
ທີ່ ຕຸຍນິສ
------------------------------------------------------------------------------------------------------------------
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ຕຸຍນິຊີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕຸຍນີຊີ ຄົບຮອບ 67 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ຈະໄດ້ຮັບການສືບຕໍ່ພັດທະນາ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ຕຸຍນີຊີ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພວກທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສອນໄຊ ສີພັນດອນ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ນາງ ນາຈະລາ ບູເດັນ ໂລມດານີ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ຕຸຍນີຊີ
ທີ່ ຕຸຍນິສ
------------------------------------------------------------------------------------------------------------------
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ຕຸຍນີຊີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕຸຍນີຊີ ຄົບຮອບ 67 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນຕຸຍນີຊີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ນາບິວ ແອມມ່າ
ລັດຖະມົນຕີກະຊວງຕ່າງປະເທດ
ແຫ່ງ ສາທາລະນະລັດ ຕຸຍນີຊີ
ທີ່ ຕຸຍນິສ