ສາທາລະນະລັດ ລີບັງ
ກະຊວງການຕ່າງປະເທດ ແລະ ຜູ້ອົບພະຍົບ
ລັດຖະມົນຕີ
ເບຣຸດ, 5 ທັນວາ 2022
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ໂດຍຜ່ານພະນະທ່ານ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ ຈົ່ງມີແຕ່ ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.
ລີບັງ ແລະ ລາວ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ. ຂ້າພະເຈົ້້າໃຫ້ຄຳໝັ້ນ ຈະເສີມຂະຫຍາຍສາຍພົວພັນມິດຕະພາບຂອງສອງປະເທດພວກເຮົາໃຫ້ເຂັ້ມແຂງ ເພື່ອຜົນປະໂຫຍດ ລວມຂອງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖື.
ອັບດາລາ ບູ ຮາບິບ