ນະຄອນຫຼວງວຽງຈັນ, ວັນທີ 19 ມັງກອນ 2023
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈຕໍ່ເຫດການ ອຸບັດຕິເຫດເຮືອບິນຕົກ ທີ່ເມືອງໂພກຄາຣາ, ປະເທດເນປານ ໃນວັນທີ 15 ມັງກອນ 2023 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ຜູ້ໂດຍສານ ແລະ ລູກເຮືອທັງໝົດ ເສຍຊິວິດ.
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ໂດຍຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ເນປານ ໂດຍສະເພາະ ຕໍ່ຄອບຄົວ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງ ລັດຖະບານ, ປະຊາຊົນ ເນປານ ຈະສາມາດຜ່ານຜ່າຊ່ວງເວລາອັນເສົ້າສະຫຼົດໃຈນີ້ໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫລີມໄຊ ກົມມະສິດ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ພຸດສ໌ປາ ຄາມາ ດາຮາ
ນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດ
ແຫ່ງ ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານ
ທີ່ ກັດມານດຸ