ວັນທີ 1 ທັນວາ 2022
ພະນະທ່ານ ປອ. ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ,
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ, ພວກຂ້າພະເຈົ້າ ຂໍຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນອົບອຸ່ນມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພວກຂ້າພະເຈົ້າ ຫວັງຢ່າງຍິ່ງວ່າສາຍພົວພັນມິດຕະພາບ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນຮ່ວມມື ລະຫວ່າງ ປະຊາຊົນຢ່າງກວ້າງຂວາງກວ່າເກົ່າ ຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະຖາວອນ ຂອງສອງຊາດຂອງພວກເຮົາ ໂດຍສະເພາະການສົ່ງເສີມການຮ່ວມມືພາຍຫຼັງ ການແຜ່ລະບາດຂອງພະຍາດໂຄວິດ-19.
ຂ້າພະເຈົ້າ ພ້ອມດ້ວຍ ມະເຫສີ ຣາຈາ ອາກົງ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງສືບຕໍ່ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວ ຈົ່ງມີຄວາມສະຫງົບສຸກ, ປະສົບຜົນສໍາເລັດ ແລະ ຄວາມວັດທະນະຖາວອນ ຕະຫຼອດໄປ.
ສົມເດັດ ອັນ-ຊຸນຕັນ ອັບດຸນລາ ຣິອາຍາຕຸດດິນ ອັນ-ມຸດສະຕາ ບິນລາ ຊາ ອິບນິ ອັນມາຣູມ ຊຸນຕັນ ຮາຈິ ອາມັດ ຊາ ອັນ-ມຸດສະຕາ ອິນ ບິນລາ
ເຈົ້າຊີວິດ ແຫ່ງ ມາເລເຊຍ