ເຖິງ:
- ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ, ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
- ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
- ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ບັນດາສະຫາຍ ທີ່ນັບຖືຮັກແພງ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ, ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດສຸດ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດ, ລັດຖະບານ, ສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ, ອ້າຍນ້ອງ ທຸກຖ້ວນຫນ້າ.
ພວກຂ້າພະເຈົ້າຮູ້ສຶກດີໃຈທີ່ເຫັນວ່າ ໃນຕະຫຼອດໄລຍະ 47 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ດ້ວຍນ້ຳໃຈຮັກຊາດ ແລະ ມູນເຊື້ອການປະຕິວັດຢ່າງອົງອາດກ້າຫານ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັກສາສະຖຽນລະພາບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ດ້ານການເມືອງ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ ທາງດ້ານວັດຖຸ ແລະ ຈິດໃຈ, ຖານະບົດບາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ພວກຂ້າພະເຈົ້າ ຍາມໃດກໍ່ຖືສຳຄັນຕໍ່ບັນດາໄຊຊະນະອັນໃຫຍ່ຫຼວງ, ຮອບດ້ານທີ່ ສປປ ລາວ ຍາດມາໄດ້ ເປັນແຫຼ່ງລະດົມກຳລັງໃຈ ແລະ ປຸກລະດົມຢ່າງແຮງກ້າ ໃຫ້ແກ່ ສສ ຫວຽດນາມ ໃນພາລະກິດການປ່ຽນແປງໃໝ່ ແຫ່ງ ການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ພວກຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງປະຊາຊົນລາວອ້າຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫມ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດຢ່າງມີໄຊ ຕາມຄາດຫມາຍຂອງ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ 9 ໄລຍະ 2021-2025; ສ້າງປະເທດລາວ ສັນຕິພາບ, ເອກະລາດ; ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຢ່າງສໍາເລັດຜົນ.
ໃນທ່າມກາງບັນຍາກາດ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດ ນາມ 2022, ພວກຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ຄວາມບໍລິສຸດຜຸດຜ່ອງທີ່ຕິດພັນກັນ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ທີ່ມີທ່ານປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ພ້ອມດ້ວຍ ບັນດາລຸ້ນການນໍາ ແລະ ປະຊາຊົນ ສອງປະເທດ ໄດ້ປະກອບສ່ວນອອກເຫື່ອເທແຮງເພີ່ມພູນຄູນສ້າງ, ເປັນປັດໄຈຕັດສິນໄຊຊະນະ ໃນພາລະກິດການປະຕິວັດຂອງແຕ່ລະປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ນັບມື້ນັບໄດ້ຮັບປະສິດທິຜົນ ແລະ ເປັນຮູບປະທໍາ, ຕອບສະໝອງຄວາມມຸ່ງມາດປາຖະໜາ ແລະ ນຳຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດພວກເຮົາ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຍຶດຖືຢ່າງສະເຫມີຕົ້ນສະເຫມີປາຍ, ຕັດສິນໃຈ ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ ປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ຖືສິ່ງນີ້ ເປັນຊັບສົມບັດອັນລໍ້າຄ່າ ຕໍ່ກັບພາລະກິດປະຕິວັດ ຂອງ ແຕ່ລະປະເທດ, ພ້ອມນີ້ ກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດວັນທີ່ສໍາຄັນຍິ່ງຂອງລາວ, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ອີກຄັ້ງໜຶ່ງ ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ ພັກ, ລັດ ແລະ ປະຊາຊົນບັນດາເຜົ່າລາວອ້າຍນ້ອງ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ມີປະສິດທິຜົນ ແລະ ລ້ຳຄ່າທີ່ສຸດ ແກ່ ສສ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື້ອກ່ອນ ກໍ່ຄື ໃນພາລະກິດ ແຫ່ງ ການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຈົ່ງຂຽວສົດ ງົດງາມຕະຫຼອດໄປ.
ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນຫນ້າທີ່ການງານອັນມີກຽດ ຂອງຕົນ.
ຮ່າໂນ້ຍ, ວັນທີ 2 ທັນວາ 2022
ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ສູນກາງພັກກອມມູນິດ ຫວຽດນາມ
ຫງວຽນ ຊັວນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ
ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ
ເວືອງ ດິງ ເຫ້ວ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ