ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດເຖິງບັນດາການນຳ ສ.ຟິລິບປິນ

 

ນະຄອນຫຼວງວຽງຈັນ, ວັນທີ 12 ມິຖຸນາ 2022

 

ພະນະທ່ານ

 

ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 124 ປີ ໃນ​ນາມປະຊາ ຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຟີລິບປິນເພື່ອນມິດທຸກຖ້ວນໜ້າ.

 

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນອົບອຸ່ນ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ ທ່າມກາງສິ່ງທ້າທາຍຫຼາຍຢ່າງ. ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ດັ່ງ​ກ່າວ ຈະ​ສືບ​ຕໍ່​​ຮັດ​ແໜ້ນ ແລະ ເສີມ​ຂະຫ​ຍາຍ​ໃນ​ທຸກໆ​ດ້ານໃນ​ອະ​ນາ​ຄົດ ເພື່ອ​ນໍາເອົາຄວາມຈະເລີນຮຸ່ງເຮືອງ ແລະ ຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກເຮົາ.

 

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງ​​ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານແລະ ຂໍໃຫ້ປະຊາຊົນ ຟີລິບປິນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

 

                                                                       ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

  

ທອງລຸນ ສີສຸລິດ

 

ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ

ທີ່ ມະນີລາ

------------------------------------------------------------------------------------------------------------------------------------------------------------------

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 12 ມິຖຸນາ 2022

 

ພະນະທ່ານ,

         

ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 124 ປີ ແຫ່ງ ສາທາລະນະລັດ ຟີລິບປີນ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນຟີລິບປິນ ເພື່ອນມິດ ທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ພາຍໃຕ້ການຊີ້ນໍາໆພາຂອງ ພະນະທ່ານ, ສາທາລະນະລັດ ຟິລິບປິນ ໄດ້ປະສົບຜົນສໍາເລັດໃນການພັດທະນະເສດຖະກິດ-ສັັງຄົມໃນຫຼາຍດ້ານ ໃນທ່າມກາງສິ່ງທ້າທາຍນາໆປະການ ເຊິ່ງໄດ້ປະກອບສ່ວນຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຮ່ວມມືທີ່ດີງາມດັ່ງກ່າວ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃນທຸກໆດ້ານ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ, ແລະ ປະຊາຊົນຟີລິບປິນ ເພື່ອນມິດຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

 

                                          ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,                                                                          

             ພັນຄຳ ວິພາວັນ

 

ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ

ທີ່ ມະນີລາ

-----------------------------------------------------------------------------------------------------------------------------------------------------------------------

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 12 ມິຖຸນາ 2022

ພະນະທ່ານ,

         

ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 124 ປີ ແຫ່ງ ສາທາລະນະລັດ ຟີລິບປີນ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ທຸກຖ້ວນໜ້າ.

         

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຟິລິບປິນ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຕະຫຼອດໄລຍະຊຸມປີທີ່ຜ່ານມາ. ຂ້າພະເຈົ້າ ຫວັງວ່າຈະໄດ້ຕ້ອນຮັບ ພະນະທ່ານ ແລະ ເປັນປະທານຮ່ວມໃນກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ຄັ້ງທີ 2 ທີ່ ນະຄອນຫຼວງວຽງຈັນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືຄວາມສົມບູນພຸນສຸກໃນຄອບຄົວອາຊຽນ.

         

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານ ກໍ່ຄືພະນັກງານທັງໝົດຂອງກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.

 

                                      ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,                                        

                                                                                    

  ສະເຫຼີມໄຊ ກົມມະສິດ

 

ພະນະທ່ານ ທີໂອໂດໂຣ ແອວ ລັກເຊັນ ຈູເນຍ.

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ

ທີ່ ມະນີລາ

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485464
ມື້ນີ້165
ມື້ວານ227
ອາທິດນີ້500
ເດືອນນີ້4769