ນະຄອນຫຼວງວຽງຈັນ, 21 ຕຸລາ 2021
ພະນະທ່ານ,
ໃນນາມປະຊາຊົນລາວ ແລະ ແຫ່ງ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງ ຕຳແໜ່ງເປັນ ຜູ້ສຳເລັດຣາຊະການແຫ່ງນິວຊີແລນ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີຢູ່ແລ້ວ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ນິວຊີແລນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງ ພະນະທ່ານ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
(ລາຍເຊັນ)
ທອງລຸນ ສີສຸລິດ
ພະນະທ່ານ ນາງ ເດມ ຊິນດີ ຄິໂຣ
ຜູ້ສຳເລັດຣາຊະການແຫ່ງນິວຊີແລນ
ທີ່ ແວວລິງຕັນ