ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈ ຕໍ່ເຫດການພາຍຸໂນອຶນ,ພາຍຸ Linfa ແລະ ພາຍຸ Nangka ພັດເຂົ້າບັນດາແຂວງພາກກາງຂອງ ສສ ຫວຽດນາມ

 

   ນະຄອນຫຼວງວຽງຈັນ, ວັນທີ       ຕຸລາ 2020

 

        ສະຫາຍ ຫງວຽນ ຟູ້ ຈ໋ອງ;

 

        ຂ້າພະເຈົ້າ ສຸດທີ່ເປັນຫ່ວງ ເມື່ອໄດ້ຊາບຂ່າວວ່າ ພາຍຫຼັງ ພາຍຸໂນອຶນ (ເລກ5) ໄດ້ພັດເຂົ້າຫວຽດນາມ ໃນເດືອນກັນຍາ 2020 ຜ່ານມາ​, ​ກໍ່ໄດ້ມີພາຍຸ Linfa (ເລກ6) ແລະ Nangka (ເລກ7) ພັດເຂົ້າບັນດາແຂວງພາກກາງ ຂອງຫວຽດນາມຕື່ມອີກຕິດຕໍ່ກັນ, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຫວຽດນາມອ້າຍນ້ອງ.​

 

        ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ, ຂ້າພະເຈົ້າ ຂໍສົ່ງຄໍາຢື້ຢາມຖາມຂ່າວ ແລະ ຄວາມເປັນຫວ່ງເປັນໄຍ ອັນຈິງໃຈ ແລະ ເລິກເຊິ່ງ ເຖິງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ພັກ,​ ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ພ້ອມທັງຄອບຄົວ ຜູ້ທີ່ຖືກສູນເສຍ ແລະ ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດ ໃນຄັ້ງນີ້.​

 

        ຂ້າພະເຈົ້າເຊື່ອໜັ້ນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ຫວຽດນາມ, ໂດຍສະເພາະ ການເອົາໃຈໃສ່ ຂອງສະຫາຍ, ສສ ຫວຽດນາມ ອ້າຍນ້ອງ ຈະສາມາດຜ່ານຜ່າໄພພິບັດທາງທໍາມະຊາດໃນຄັ້ງນີ້ໄປໄດ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ເຂົ້າສູ່ສະພາບປົກກະຕິໂດຍໄວ.

 

        ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ຢູ່ຄຽງຂ້າງກັບພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນເວລາພົບຄວາມຫຍຸ້ງຍາກນີ້ ແລະ ຍົກສູງມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

 

        ດ້ວຍຄວາມນັບຖື ຮັກແພງ.

 

                                                       ບຸນຍັງ ວໍລະຈິດ         

 

ສະຫາຍ ຫງວຽນ ຟູ້ ຈ໋ອງ

 

ເລຂາທິການໃຫຍ່, ປະທານປະເທດ

 

ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

ທີ່ ນະຄອນຫຼວງຮ່າໂນ້ຍ.


 

ເຖິງ: ຫງວຽນ ຊັວນ ຟຸກ,

 

     ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.​

 

        ສະຫາຍ ຫງວຽນ ຊັວນ ຟຸກ ທີ່ຮັກແພງ;

 

                     ຂ້າພະເຈົ້າ ສຸດທີ່ເປັນຫ່ວງ ເມື່ອໄດ້ຊາບຂ່າວວ່າ ພາຍຫຼັງ ພາຍຸໂນອຶນ (ເລກ 5) ໄດ້ພັດເຂົ້າຫວຽດ ນາມ ໃນເດືອນກັນຍາ 2020 ຜ່ານມາ, ກໍ່ໄດ້ມີພາຍຸ Linfa (ເລກ6) ແລະ Nangka (ເລກ 7) ພັດເຂົ້າບັນດາແຂວງພາກກາງ ຂອງຫວຽດນາມ ເປັນຕົ້ນແມ່ນ: ແຂວງກວາງບິ່ງ, ແຂວງກວາງຈິ, ແຂວງເທື່ອທຽນເຫວ້, ແຂວງກວາງນາມ, ແຂວງດານັງ ແລະ ແຂວງ ອື່ນໆ ຕື່ມອີກ ຕິດຕໍ່ກັນ, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຫວຽດນາມຢ່າງຫຼວງຫຼາຍ.

 

                     ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສົ່ງ ເຖິງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ, ພິເສດແມ່ນຄອບຄົວ ທີ່ຖືກຜົນກະທົບ ແລະ ຖືກເຄາະຮ້າຍໃນຄັ້ງນີ້.

 

        ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເປັນຫ່ວງເປັນໃຍ ຊີ້ນໍາຂອງລັດຖະບານ, ບັນດາຂະ       ແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນໃນຂົງເຂດທີ່ຖືກຜົນກະທົບໄພທໍາມະຊາດໃນຄັ້ງນີ້ຈະຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

 

         ດ້ວຍຄວາມນັບຖື ຮັກແພງ.

 

                                                                ທອງລຸນ ສີສຸລິດ

 

                                                        ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ


 

ເຖິງ: ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

 

       ສະຫາຍ ຟ້າມ ບິ່ງ ມິງ ທີ່ຮັກແພງ;

 

        ຂ້າພະເຈົ້າ ສຸດທີ່ເປັນຫ່ວງ ເມື່ອໄດ້ຊາບຂ່າວວ່າ ພາຍຫຼັງ ພາຍຸໂນອຶນ (ເລກ 5) ໄດ້ພັດເຂົ້າຫວຽດນາມ ໃນເດືອນກັນຍາ 2020 ຜ່ານມາ, ມີພາຍຸ Linfa (ເລກ 6) ແລະ Nangka (ເລກ 7) ພັດເຂົ້າບັນດາແຂວງພາກກາງ ຂອງຫວຽດນາມຕື່ມອີກຕິດຕໍ່ກັນ, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຫວຽດນາມອ້າຍນ້ອງ, ໂດຍສະເພາະແມ່ນປະຊາຊົນ ບັນດາແຂວງພາກກາງຂອງຫວຽດນາມ.

 

        ຕາງໜ້າໃຫ້ ຄະນະພັກ, ຄະນະນໍາກະຊວງ ແລະ ພະນັກງານລັດຖະກອນ ກະຊວງການຕ່າງປະເທດ ຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ ຕໍ່ການສູນເສຍດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນຫວຽດນາມ ອ້າຍນ້ອງ.

 

        ຂ້າພະເຈົ້າເຊື່ອໜັ້ນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ຫວຽດນາມ, ຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນ, ສສ ​ຫວຽດນາມ ຈະສາມາດຜ່ານຜ່າໄພພິ ບັດທາງທໍາມະຊາດໃນຄັ້ງນີ້ໄດ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ເຂົ້າສູ່ສະພາບປົກກະຕິໂດຍໄວ.

 

         ດ້ວຍຄວາມນັບຖືຢ່າງສູງ.

 

                                                            ສະເຫຼີມໄຊ ກົມມະສິດ

 

                                              ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 


ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485500
ມື້ນີ້5
ມື້ວານ196
ອາທິດນີ້536
ເດືອນນີ້4805