ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ

 

ພະນະທ່ານ ມິຄາອິລ ວະລາດິມີໂຣວິຊ ມິດຊູສຕິນ,

ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ

ທີ່ ມົດສະກູ

ພະນະທ່ານ,

ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ, ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະ 60 ປີ ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດພວກເຮົາ ໄດ້ຮັບການເສີມຂະ ຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ອັນເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດພວກເຮົາ ກໍ່ຄື ພາລະກິດແຫ່ງການສ້າງສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ຄວາມຍຸຕິທໍາ ແລະ ຄວາມກ້າວໜ້າທາງສັງຄົມ.

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ພາຍຫຼັງສອງປະເທດພວກເຮົາ ໄດ້ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ໃນປີ 2011 ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ, ເປັນຕົ້ນແມ່ນ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ, ສາທາລະນະສຸກ, ການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ອື່ນໆ.

ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈອັນເລິກເຊິ່ງ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ອັນໜັກແໜ້ນ, ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການຍົກລະດັບສາຍພົວພັນ ລາວ-ຣັດເຊຍ ຂຶ້ນສູ່ລະດັບໃໝ່ໃນອະນາຄົດອັນໃກ້ນີ້ ຈະນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາໃຫ້ຫຼາຍຂຶ້ນ ທັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນມີຄວາມໝາຍສໍາຄັນທາງດ້ານປະຫວັດສາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າແກ່ພວກຂ້າພະເຈົ້າ ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອດີງາມ ລະຫວ່າງ ລາວ ແລະ ຣັດເຊຍ ຈົ່ງຍືນຍົງຕະຫຼອດໄປ!  

ດ້ວຍຄວາມນັບຖືຢ່າງສູງ,

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫລວງວຽງຈັນ, ວັນທີ 7 ຕຸລາ 2020

----------------------------------------------------------

ພະນະທ່ານ ນາງ ວາເລັນຕີນາ ມັດວຽນໂກ

ປະທານສະພາສະຫະພັນ ຂອງ ສະຫະພັນ ລັດຖະສະພາ ແຫ່ງ ສະຫະພັນ ຣັດເຊຍ

ທີ່ ມົດສະກູ                                                      

ພະນະທ່ານ,

ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ, ໃນນາມຕາງໜ້າ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ,ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງການນໍາ, ສະມາຊິກລັດຖະສະພາ ສະຫະພັນ ຣັດເຊຍ ແລະ ປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ ຈົ່ງມີຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫລອດໄປ.ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ, ຕະຫລອດໄລຍະເວລາ 60 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດນໍາກັນ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງພວກເຮົາ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ເພື່ອນໍາເອົາຜົນປະໂດຍອັນຊອບທໍາມາສູ່ປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນທີ່ມີມູນເຊື້ອ ແລະ ການຮ່ວມມືໃນໄລຍະໃໝ່ ລະຫວ່າງ ສອງອົງການນິຕິບັນຍັດ ກໍ່ຄື ປະຊາຊົນສອງຊາດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອສືບຕໍ່ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍ່ຄືເພື່ອ ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນມີຄວາມໝາຍສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນ ລະຫວ່າງ ສອງປະເທດພວກເຮົານີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງມາຍັງ ພະນະທ່ານ, ບັນດາການນໍາ ແລະ ປະຊາຊົນເພື່ອນມິດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງແກ່ປະຊາຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ສືບຕໍ່ຍາດເອົາຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດມີກຽດສະຫງ່າຂອງພະນະທ່ານ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ຈົ່ງຍືນຍົງຕະຫລອດໄປ.

ດ້ວຍຄວາມນັບຖືຢ່າງສູງ,

ປານີ ຢາທໍ່ຕູ້

ປະທານສະພາແຫ່ງຊາດແຫ່ງ ສາທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະຄອນຫລວງວຽງຈັນ,ວັນທີ 30 ກັນຍາ 2020

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485748
ມື້ນີ້47
ມື້ວານ206
ອາທິດນີ້784
ເດືອນນີ້5053