ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ເນປານ

 

ພະ​ນະ​ທ່ານ ນາງ ບິດຍາ ເດວີ ພັນດາຣີ

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສະຫະພັນ ປະຊາທິປະໄຕ ສາ​ທາ​ລະ​ນະ​ລັດ ເນປານ

ທີ່ ກາດມັນດຸ

ພະ​ນະ​ທ່ານ,

ໃນ​ນາມປະ​ຊາ​ຊົນ​ລາວທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ຂໍຖື​ເປັນ​ກຽດ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ ພະ​ນະ​ທ່ານ ແລະ ປະ​ຊາ​ຊົນ ເນປານ​ ເພື່ອນ​ມິດ ເນື່ອງ​ໃນ​ໂອ​ກາດສະເຫຼີມ ສະຫຼອງ​​ວັນ​ຊາດ​ ແຫ່ງ ສະຫະພັນ ປະຊາທິປະໄຕ ສາ​ທາ​ລະ​ນະ​ລັດ ເນປານ ຄົບ​ຮອບ 5 ປີ ແລະ ຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ.

ຂ້າພະເຈົ້າ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ ໃນຊຸມປີຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນທີ່ດີງາມດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ຂ້າ​ພະ​ເຈົ້າ ຂໍ​ຖື​ໂອ​ກາດອັນສະຫງ່າລາສີນີ້ ອວຍ​ພອນໄຊ​ໃຫ້​ ພະ​ນະ​ທ່ານ ຈົ່ງ​ມີ​ພະ​ລາ​ນາ​ໄມສົມ​ບູນ, ມີ​ຄວາມ​ຜາ​ສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ ແລະ ຂໍ​ໃຫ້​ປະ​ຊາ​ຊົນ​ເນປານເພື່ອນມິດ ສືບຕໍ່​ມີ​ຄວາມຈະເລີນ​ກ້າວ​ໜ້າ ແລະ ​ວັດ​ທະ​ນະຖາ​ວອນ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

ບຸນຍັງ ວໍລະຈິດ

ປະ​ທານ​ປະ​ເທດ ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະຄອນຫຼວງວຽງຈັນ, ວັນທີ 18 ກັນຍາ 2020

----------------------------------------------------

 

ພະນະທ່ານ ເຄພີ ຊາມາ ໂອລີ

 

ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ປະຊາທິປະໄຕ ສາ​ທາ​ລະ​ນະ​ລັດ ເນປານ

 

ທີ່ ກາດມັນດຸ

 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ​ ຄົບ​ຮອບ 5 ປີ ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ເນປານ ເພື່ອນມິດທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ ໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຕະຫຼອດໄລຍະຊຸມປີຜ່ານມາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກກັບພະນະທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນດີງາມດັ່ງກ່າວ ໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ນະຄອນຫຼວງວຽງຈັນ, ວັນທີ 18 ກັນຍາ 2020

----------------------------------------------------

 

ພະນະທ່ານ ພຣາດີບ ກຸມາ ກາວາລີ

 

ລັດຖະມົນຕີ ກະຊວງການຕ່າງປະເທດ

 

ແຫ່ງ ສະຫະພັນ ປະຊາທິປະໄຕ ສາ​ທາ​ລະ​ນະ​ລັດ ເນປານ

 

ທີ່ ກາດມັນດຸ

 

ພະນະທ່ານ,

 

          ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ​ ຄົບ​ຮອບ 5 ປີ ແລະ ຄົບຮອບ 50 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ.

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ປະຊາທິປະໄຕ ສາທາລະນະລັດ ເນປານ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃນໄລຍະຜ່ານມາ. ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມເຮັດວຽກກັບພະນະທ່ານຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນອັນດີງາມດັ່ງກ່າວໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງສອງຊາດພວກເຮົາ.

 

          ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

          ດ້ວຍຄວາມນັບຖືຢ່າງສູງ,

 

ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ນະຄອນຫຼວງວຽງຈັນ, ວັນທີ 18 ກັນຍາ 2020

 

 

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484444
ມື້ນີ້148
ມື້ວານ273
ອາທິດນີ້882
ເດືອນນີ້3749