ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດຮົງກາຣີ ຈາກ ບັນດາການນໍາຂັ້ນສູງ ຂອງ ສປປ ລາວ ເຖິງ ບັນດາການນໍາຂັ້ນສູງ ຂອງ ຮົງກາຣີ

 


ນະຄອນຫຼວງວຽງຈັນ, ວັນທີ 20 ສິງຫາ 2020

 

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນຮົງກາຣີ ເພື່ອນມິດທຸກຖ້ວນຫນ້າ.

ຂ້າພະເຈົ້າ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ຕະຫຼອດໄລຍະຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາຣີ ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນທີ່ຫຼາຍຂຶ້ນ ແລະ ການຈັດຕັ້ງຜັນຂະຫຍາຍໝາກຜົນ ຂອງການຢ້ຽມຢາມສອງຝ່າຍໃນລະດັບຕ່າງໆ ລະຫວ່າງ ການນໍາຂອງສອງປະເທດພວກເຮົາ, ລວມທັງການຢ້ຽມຢາມລັດຖະກິດຂອງ ພະນະທ່ານ ຢູ່ ສປປ ລາວ ເມື່ອປີທີ່ຜ່ານມາ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືຢ່າງໃກ້ຊິດ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງສອງປະເທດພວກເຮົາ. ­

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນ ຮົງກາຣີ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍຄວາມນັບຖືຢ່າງສູງ,

 

ບຸນຍັງວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານຢາໂນສ ອາແດຣ

ປະທານາທິບໍດີແຫ່ງສາທາລະນະລັດ ຮົງກາຣີ

ທີ່ນະຄອນຫຼວງບູດາແປັສ

 


ນະຄອນຫຼວງວຽງຈັນ, ວັນທີ20 ສິງຫາ2020

 

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນຮົງກາຣີ ທຸກຖ້ວນໜ້າ.

          ຂ້າພະເຈົ້າ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນໄລຍະທີ່ຜ່ານມາ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ແລະ ໂດຍສົ່ງເສີມໝາກຜົນ ແລະ ຄວາມກ້າວໜ້າທີ່ຍາດມາໄດ້ໃນໄລຍະຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ບົນພື້ນຖານແຫ່ງການເປັນ ຄູ່ຮ່ວມຍຸດທະສາດນຳກັນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.

ເນື່ອງໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນ ຮົງກາຣີ ເພື່ອນມິດ ມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຕະຫຼອດໄປ.

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານວິກຕໍຣ ອໍຣບານ

ນາຍົກລັດຖະມົນຕີແຫ່ງຮົງກາຣີ

ທີ່ນະຄອນຫຼວງບູດາແປັສ


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484688
ມື້ນີ້204
ມື້ວານ188
ອາທິດນີ້1126
ເດືອນນີ້3993