ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານແຕ່ງຕັ້ງຕໍ່ເລຂາທິການໃຫຍ່ ອົງການ ສປຊ

20200129AmbtoUN1

20200129AmbtoUN

 

ໃນຕອນບ່າຍຂອງວັນທີ 28 ມັງກອນ 2020, ທີ່ສຳນັກງານໃຫຍ່ ອົງການ ສປຊ   ທີ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ ໄດ້ຍື່ນສານແຕ່ງຕັ້ງ ຕໍ່ພະນະທ່ານ ແອນໂຕນີໂອ ກູເຕີເຣັດສ໌ (Antonio Guterres), ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ, ເພື່ອດຳລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໜ່ ປະຈຳອົງການ ສປຊ.

 

ໃນໂອກາດດັ່ງກ່າວ, ພະນະທ່ານ ເລຂາທິການໃຫຍ່ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງແໜ່ງ ເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການ ສປຊ, ພ້ອມທັງຊົມເຊີຍ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມີຄວາມຄືບຫນ້າໃຫ້ການພັດທະນາປະເທດ, ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນອາດີດ ແລະ ມີຄວາມໝາຍໝັ້ນໃນການຫຼຸດພົ້ນອອກຈາກສະຖານະພາບປະເທດທີ່ດ້ອຍພັດທະນາ ພ້ອມກັນນັ້ນ, ພະນະທ່ານ ເລຂາທິການໃຫຍ່ ຍັງໃຫ້ຄຳໝັ້ນສັນຍາວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງເປົ້າໝາຍການພັດທະນາແບບຍືນຍົງ ແລະ ຍັງໄດ້ກ່າວເຖິງທ່າແຮງທາງດ້ານທຳມະຊາດ ແລະ ວັດທະນາທຳອັນດີງາມ ທີ່ຄັ້ງຫນຶ່ງໃນຫຼາຍປີຜ່ານມາພະນະທ່ານເລຂາທິການໃຫຍ່ໄດ້ມີໂອກາດສຳພັດ ແລະ ມີຄວາມປະທັບໃຈຈາກການເດີນ ທາງທ່ອງທ່ຽວແຕ່ຊາຍແດນສາມຫຼ່ຽມຄຳ ຈົນຮອດສີ່ພັນດອນ.

ທ່ານ ເອກອັກຄະລັດຖະທູດ ອານຸພາບ ວົງໜໍ່ແກ້ວ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກການນຳຂອງ ສປປ ລາວ ມາຍັງພະນະທ່ານ ເລຂາທິການໃຫຍ່. ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ຢ້ຳຄືນຄວາມໝາຍໝັ້ນ ຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍດ້ານການພັດທະນາຂອງສາກົນ ໂດຍສະເພາະເປົ້າຫມາຍການພັດທະນາແບບຍືນຍົງ ລວມທັງເປົ້າຫມາຍທີ 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ກໍຄືືສືບຕໍ່ຄວາມພະຍາຍາມເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ຫນ້າ. ໃນໂອກາດດຽວກັນນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ ສປຊ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ, ເຊີ່ງເປັນການປະກອບສ່ວນອັນສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ປີ 2020 ເປັນປີທີ່ມີຄວາມຫມາຍສຳຄັນ ໃນການສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບ ຮອບ 75 ປີ (24 ຕຸລາ 1945) ແລະ ການເຂົ້າເປັນສະມາຊິກອົງການສະຫະປະຊາຊາດຂອງປະເທດລາວ ຄົບຮອບ 65 ປີ (14 ທັນວາ 1955).

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480270
ມື້ນີ້100
ມື້ວານ157
ອາທິດນີ້668
ເດືອນນີ້6501