ນະຄອນຫຼວງວຽງຈັນ, ວັນທີ 23 ມັງກອນ 2020
ສະຫາຍທີ່ຮັກແພງ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ອັນອົບອຸ່ນ ມາຍັງ ສະຫາຍ ໃນໂອກາດທີ່ສະຫາຍໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ເມື່ອບໍ່ດົນຜ່ານມານີ້.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືຢ່າງໃກ້ຊິດກັບສະຫາຍ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ສະໜິດສະໜົມ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ໂດຍສະເພາະ ສອງກະຊວງການຕ່າງປະເທດພວກເຮົາ ຈະໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຍິ່ງໆຂືື້ນ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊກົມມະສິດ
ສະຫາຍ ຣິ ເຊິນ ກວນ,
ລັດຖະມົນຕີກະຊວງກະຊວງຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ
ທີ່ ນະຄອນຫຼວງພຽງຢາງ