ໃນຕອນເຊົ້າຂອງວັນທີ 14 ມັງກອນ 2020, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດໄດ້ສຳເລັດການປະຕິບັດໜ້າທີ່ການທູດປະຈຳຢູ່ ສປປ ລາວ.
ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນໃນການເປັນຂົວຕໍ່ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ຂອງທ່ານທູດ ໃນໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ໂດຍສະເພາະການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມມືແບບກວມລວມ ລາວ-ອາເມຣິກາ ເຊັ່ນ: ຊຸກຍູ້ການແລກປ່ຽນການຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂອງສະຫະລັດ ອາເມຣິກາ ແລະ ສປປ ລາວ ໃນຂະແໜງການ ແລະ ລະດັບຕ່າງໆ; ປະສານງານໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃນຂອບວຽກງານການເກັບກູ້ລະເບີດບໍ່ທັນແຕກ (UXO); ວຽກງານສາທາ ລະນະສຸກ ແລະໂພຊະນາການ; ດ້ານການສຶກສາ; ດ້ານວຽກງານດ້ານເສດຖະກິດ; ການບັງຄັບໃຊ້ກົດໝາຍ ແລະ ອື່ນໆ.
ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄວາມພະຍາຍາມ ແລະ ການຊ່ວຍເຫຼືອຕ່າງໆຂອງທ່ານທູດ ໃນໄລຍະທີ່ຜ່ານມາ ພ້ອມທັງຝາກຄວາມຫວັງວ່າ ພາຍຫຼັງຈົບປະຈໍາການ ແລະ ເດີນທາງກັບຄືນປະເທດ, ທ່ານທູດຈະຍັງສືບຕໍ່ຄວາມຮັກແພງ ແລະ ສະໜັບສະໜູນ ຕໍ່ ສປປ ລາວ ກໍ່ຄືການສືບຕໍ່ປະກອບສ່ວນອື່ນໆ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສະຫະລັດ ອາເມຣິກາ ໃຫ້ມີໝາກຜົນຍິ່ງໆຂຶ້ນໃນອະນາຄົດ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ອວຍໄຊໃຫ້ພອນໃຫ້ແກ່ທ່ານທູດ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ວຽກງານອັນໃໝ່ຂອງຕົນ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.