ພະນະທ່ານ ອາມັດ ນາເຊີ ອາລ-ໂມຮໍາມັດ ອາລ-ຊາບາ
ລັດຖະມົນຕີຕ່າງປະເທດ ແຫ່ງ ລັດກູເວດ
ທີ່ກູເວດ
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກປິຕິຍິນດີ ສົ່ງຄຳຊົມເຊີຍ ຢ່າງຈິງໃຈ ມາຍັງພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຕ່າງປະເທດຄົນໃໝ່ ແຫ່ງ ລັດກູເວດ.
ຂ້າພະເຈົ້າ ຫັວງວ່າ ຈະໄດ້ເຮັດວຽກຮ່ວມ ກັບພະນະທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ກໍຄື ສອງກະ ຊວງຕ່າງປະເທດ ເພື່ອຜົນປະໂຫຍດຮ່ວມກັນ ຂອງສອງປະເທດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນ ມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນຍິ່ງໃຫ່ຍກວ່າເກົ່າ ໃນພາລະກິດອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 09 ທັນວາ 2019