ນະຄອນຫລວງວຽງຈັນ, ວັນທີ ກັນຍາ 2019
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ຍີ່ປຸ່ນ.
ສປປ ລາວ ແລະ ຍີ່ປຸ່ນ ໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ. ສອງປະເທດພວກເຮົາ ໄດ້ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ໃນປີ 2015, ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມມືຢ່າງໃກ້ຊິດກັບ ພະນະທ່ານ ທັງໃນ ສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສືບຕໍ່ເສີມຂະຫຍາຍຄູ່ຮ່ວມຍຸດທະສາດ ເພື່ອປະໂຫຍດຂອງສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພາະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫລີມໄຊ ກົມມະສິດ
ພະນະທ່ານ ໂທຊິມິດຊຶ ໂມເຕງິ
ລັດຖະມົນຕີຕ່າງປະເທດ ແຫ່ງ ຍີ່ປຸ່ນ
ທີ່ ໂຕກຽວ