ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 62 ປີ

ນະຄອນຫຼວງວຽງຈັນ, ວັນທີ       ສິງຫາ 2019

ສົມເດັດ ຣາຊາທິບໍດີ,

​     ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 62ປີ, ໃນນາມປະຊາຊົນລາວທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ຣາຊາທິບໍດີ ແລະ ປະຊາຊົນມາເລເຊຍ ເພື່ອນມິດທຸກຖ້ວນໜ້າ.

   ຂ້າ​ພະ​ເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະເວລາຫຼາຍກວ່າ 5 ທົດສະວັດທີ່ຜ່ານມາ, ການພົວພັນ ແລະ ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ມາເລເຊຍ, ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງ ໃນຫຼາຍຂົງເຂດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ອັນໄດ້ນຳຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

         ຂ້າ​ພະ​ເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ​ອວຍ​ພອນ​ໄຊ​​ອັນປະເສີດແດ່ສົມເດັດ ຣາຊາທິບໍດີ ຈົ່ງ​ມີ​ພະລານາໄມສົມບູນ, ມີ​ຄວາມ​ຜາ​ສຸກ ແລະ ປະສົບຜົນສຳເລັດໜ້າທີ່ອັນສູງສົ່ງ ຂອງພະອົງ ແລະ ຂໍໃຫ້ປະຊາຊົນມາເລເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

         ດ້ວຍຄວາມເຄົາລົບແລະນັບຖືເປັນຢ່າງສູງ.

                                                                     

                                                            ບຸນຍັງ ວໍລະຈິດ

ສົມເດັດ ອັນ-ຊຸນຕານ ອັບ​ດູນລາ ຣີ ອາຢາ​ຕູ​ດິນ

ອັນ-ມູສຕາຟາບິນລາຊາອິບນີອັນ-ມາຣູມ

ຊູນຕານຮາຈິອາມັດຊາອັນ-ມູສຕາອິນບິນລາ

ເຈົ້າຊີວິດ ແຫ່ງ ມາເລເຊຍ

ທີ່ ກົວລາລຳເປີ


 

ພະນະທ່ານ,

 

​     ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 62 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ເພື່ອນມິດທຸກຖ້ວນໜ້າ.

 

   ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ທີ່ໄດ້ຮັບການພັດທະນາ ແລະ ການເອົາໃຈໃສ່ສົ່ງເສີມໃຫ້ຂະຫຍາຍຕົວໃນຫຼາຍດ້ານ ຕະຫຼອດໄລຍະກວ່າ 5 ທົດສະວັດຜ່ານມາ. ຂ້າພະເຈົ້າມີຄວາມຍິນດີສືບຕໍ່ເຮັດວຽກກັບພະນະທ່ານ ຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍ່ຄືໃນຄອບຄົວອາຊຽນ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃນປະຈຸບັນ ໃຫ້ພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນທັງສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

 

         ຂ້າ​ພະ​ເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ​ອວຍ​ພອນ​ໄຊ​​ອັນປະເສີດ ມາຍັງ ພະ​ນະ​ທ່ານ ຈົ່ງ​ມີ​ພະລານາໄມສົມບູນ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນ​ສຳ​ເລັດ​ໃນໜ້າທີ່​ອັນມີກຽດສູງ​ສົ່ງ​ ຂອງ ​ພະ​ນະ​ທ່ານ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດຮັບຕ້ອນພະນະທ່ານ ຢ້ຽມຢາມທາງການ ສປປ ລາວ ໃນອະນາຄົດອັນໃກ້ນີ້.

 

         ດ້ວຍຄວາມເຄົາລົບແລະ ນັບຖືເປັນຢ່າງສູງ.

 

                                                                     

 

                                                                                   ທອງລຸນ ສີສຸລິດ

 

ພະນະທ່ານ ຕຸນ ດຣ. ມະຫາເທຍ ບິນ ໂມຮາມັດ

 

ນາຍົກລັດຖະມົນຕີແຫ່ງ ມາເລເຊຍ

 

ທີ່ ກົວລາລຳເປີ




ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485817
ມື້ນີ້116
ມື້ວານ206
ອາທິດນີ້853
ເດືອນນີ້5122