ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ສະມາພັນທະລັດ ສະວິດ ຈາກບັນດາການນຳ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 29 ກໍລະກົດ 2019

ພະນະທ່ານ ​ຢູ​ລີ ມາວ​ເຣີ

ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ

ທີ່ ເບີນ

          

                ພະນະ​ທ່ານ​,

ເນື່ອງໃນໂອກາດວັນຊາດແຫ່ງ ສະມາພັນທະລັດ ສະວິດ, ໃນນາມປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ມີຄວາມ​​ຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງປະຊາຊົນສະວິດ ທຸກຖ້ວນໜ້າ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມື ອັນດີທີ່ມີມາ ລະຫວ່າງ ສາທາລະນະລັດ     ປະຊາທິປະໄຕປະຊາຊົນລາວແລະ ສະມາພັນທະລັດ ສະວິດ ຈະສືບຕໍ່ໄດ້ຮັບການ​ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອງ​ຊາດພວກເຮົາກໍຄື​ເພື່ອ​ສັນຕິພາບ, ສະຖຽນລະພາບ ແລະ ການ​ຮ່ວມ​ມື​ເພື່ອການພັດທະນາແບບຍືນຍົງ.

ດ້ວຍຄວາມນັບຖືຢ່າງສູງ.

               ບຸນຍັງວໍລະຈິດ,

ປະທານປະເທດແຫ່ງ

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ


 

ນະຄອນຫຼວງວຽງຈັນ, ວັນທີ 29 ກໍລະກົດ 2019

ພະນະທ່ານ ອີ​ຍາຊີ​ໂອ ແຄັດ​ສິ​ສ໌

ລັດຖະມົນຕີຕ່າງປະເທດແຫ່ງສະມາພັນທະລັດ ສະວິດ

ທີ່ເບີນ

ພະນະທ່ານ​,

ເນື່ອງໃນໂອກາດວັນຊາດແຫ່ງສະມາພັນທະລັດສະວິດ,ຂ້າພະເຈົ້າຮູ້ສຶກເປັນກຽດຢາງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະ ອວຍ​ພອນ​ອັນ​ປະ​ເສີດມາຍັງພະນະທ່ານພ້ອມດ້ວຍເພື່ອນຮ່ວມງານທຸກທົ່ວໜ້າຂອງ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີລະຫວ່າງສອງປະເທດກໍຄືສອງກະຊວງການຕ່າງປະເທດພວກເຮົາ, ທັງໃນຂອບສອງຝ່າຍແລະຫຼາຍຝ່າຍຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ສະຖຽນລະພາບແລະການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.

ດ້ວຍຄວາມນັບຖືຢ່າງສູງ.               

ສະເຫຼີມໄຊກົມມະສິດ,

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480336
ມື້ນີ້166
ມື້ວານ157
ອາທິດນີ້734
ເດືອນນີ້6567