ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ເນື່ອງໃນໂອກາດວັນສ້າງຕັ້ງ ສະຫະພາບເອີຣົບ ຄົບຮອບ 69 ປີ

ນະຄອນຫຼວງວຽງຈັນ, ວັນທີ 08 ພຶດສະພາ 2019

ພະນະທ່ານ,

          ເນື່ອງໃນໂອກາດວັນສ້າງຕັ້ງສະຫະພາບເອີຣົບ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ,​ ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ   ຜ່ານພະນະທ່ານ ໄປຍັງ ປະຊາຊົນສະຫະພາບເອີຣົບທຸກຖ້ວນໜ້າ.

          ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພາບເອີຣົບ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນຂອງພວກເຮົາ.

                     ດ້ວຍຄວາມນັບຖືຢ່າງສູງ,

                                                                             ບຸນຍັງ ວໍລະຈິດ

ພະນະ​ທ່ານ ​ທ່ານ ໂດນອລ໌ ຕັສ໌

ປະທານສະພາສະຫະພາບເອີຣົບ

ທີ່ ບຣຸກແຊນ


ພະນະ​ທ່ານ,

          ເນື່ອງໃນໂອກາດວັນສ້າງ​ຕັ້ງ​ສະຫະພາບ​ເອີຣົບ, ໃນນາມລັດຖະບານ ​ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່​ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະ​ທ່ານ ໄປຍັງປະຊາຊົນ ສະຫະພາບ​ເອີຣົບທຸກຖ້ວນໜ້າ.

ຂ້າພະເຈົ້າມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິ​ດຕະພາບ ແລະ ການຮ່ວມມື ອັນດີ ລະຫວ່າງ ສປປ ລາວ ​ແລະ ສະຫະພາບ​ເອີຣົບ ​ໃນ​ຊຸມ​ປີຜ່ານມາ ​ໄດ້​ຮັບ​ການ​ເພິ່ມພູນ​ຄູນ​ສ້າງ​ໃຫ້​ໜັ້ກ​ແໜ້ນ, ​ແຂ້​ມ​ແຂງ ​ແລະ ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ ​​ເພື່ອ​ພ້ອມ​ກັນ​ນຳ​ເອົາ​ຜົນ​ປະ​ໂຫຍ​ດສູ​ງສຸດ​ມາສູ່ ປະຊາຊົນພວກເຮົາ ກໍ່​ຄື​ເພື່ອ​ສັນຕ​ິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນໂລກ.

ຂ້າພະ​ເຈົ້າ​ຂໍ​ຖື​ໂອກາດ​ນີ້ ອວຍພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ຈົ່ງ​ມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີ​ກຽດ ​ແລະ ສູງ​ສົ່ງ​ຂອງ​ທ່ານ.

 

        ທອງ​ລຸນ ສີ​ສຸ​ລິດ

ພະນະ​ທ່ານ ​ຊັງ ​ໂກຣດ​ເດິ ຈຸ​ງ​ເກີ

ປະທານ​ຄະນະ​ກຳມາ​ທິການ​ເອີຣົບ

ບຣຸກ​ແຊນ


ພະນະ​ທ່ານ,

          ຂ້າພະເຈົ້າ ຂໍສະ​ແດງຄວາມ ຊົມເຊີຍອັນ​ອົບ​ອຸ່ນ ແລະ ​ພອນໄຊອັນປະເສີດມາຍັງພະນະ​ທ່ານ, ເນື່ອງໃນໂອກາດວັນສ້າງ​ຕັ້ງ​ສະຫະພາບ​ເອີຣົບ ຄົບຮອບ 69 ປີ.

ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ສະຫະພາບ​ເອີຣົບ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຈະໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແກ່ນ ແລະ ເລິກເຊິ່ງຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນ​ລະ​ພາບ ແລະ ການຮ່ວມມືເພື່ອການພັດທະນາ​ແບບ​ຍືນ​ຍົງໃນພາກພື້ນ ແລະ ທົ່ວໂລກ.

​ໃນ​ວັນ​ອັນ​ເປັນ​ສິລິມຸງຄຸນ​ນີ້, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໄຊ​ໃຫ້​ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ທຸກປະການໃນການປະຕິບັດໜ້າທີ່ອັນສູງສົ່ງຂອງທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

ສະເຫຼີມໄຊ ກົມມະສິດ

ພະນະ​ທ່ານ ​ນາງ ​ເຟເດຣິກາ ໂມເກຣີນີ

ຮອງປະທານ​ຄະນະ​ກຳມາ​ທິການ​ເອີຣົບ​ ແລະ ຜູ້ຕາງໜ້າ​ລະ​ດັບ​ສູງ​ຮັບ​ຜິ​ດຊອບ​ວຽກ​ງານ​ຕ່າງປະ​ເທດ

ບຣຸກ​ແຊນ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484688
ມື້ນີ້204
ມື້ວານ188
ອາທິດນີ້1126
ເດືອນນີ້3993