ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານສະແດງຄວາມຊົມເຊີຍການຂຶ້ນຄອງລາດຢ່າງເປັນທາງການ ຂອງ ພະບາດສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ


ນະຄອນຫຼວງວຽງຈັນ, ວັນທີ 4 ພຶດສະພາ 2019

 

 ພະບາດສົມເດັດ,

 

ຂ້າພະເຈົ້າ ຂໍສະແດງຄວາມປິຕິຍິນດີ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງ ພະບາດສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດພິທີບໍຣົມລາຊາພິເສກຂຶ້ນຄອງລາດສະບັນລັງຂອງ ພະບາດສົມເດັດພະເຈົ້າມະຫາຊີວິດ ຣາດຊະການ ທີ 10 ແຫ່ງ ຣາຊະອານາຈັກໄທ ຢ່າງເປັນທາງການ. ເນື່ອງໃນໂອກາດອັນສະຫງ່າລາສີ ແລະ ພິທີອັນມີຄວາມໝາຍສໍາຄັນຂອງປວງຊົນຊາວໄທທັງຊາດ, ໃນນາມສ່ວນຕົວ ກໍຄື ໃນນາມປະຊາຊົນລາວ ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ອວຍພອນໄຊອັນປະເສີດມາຍັງ   ພະບາດສົມເດັດ ແລະ ພະບໍຣົມວົງສານຸວົງທຸກພະອົງ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງ ພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ຂ້າພະເຈົ້າ ຂໍອວຍພອນແດ່ ພະອົງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ, ອາຍຸຍິ່ງຍືນຍາວ ແລະ ທັງເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນຊາວໄທທຸກຖ້ວນໜ້າຕະຫຼອດໄປ ແລະ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ມີໂອກາດຕ້ອນຮັບການສະເດັດຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ພະອົງ ໃນອານາຄົດອັນໃກ້ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານປະເທດບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ - ໄທ ໃຫ້ມີຄວາມແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

 

ດ້ວຍຄວາມນັບຖືຢ່າງສູງ.

                                                                                                 

ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

  

ພະບາດສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ

ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

 


 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480171
ມື້ນີ້1
ມື້ວານ157
ອາທິດນີ້569
ເດືອນນີ້6402