ນະຄອນຫລວງວຽງຈັນ, ວັນທີ 8 ເມສາ 2019
ພະນະທ່ານ,
ຂ້າພະເຈົ້າໄດ້ຮັບຂ່າວ ດ້ວຍຄວາມເສົ້າໂສກເສຍໃຈ ຕໍ່ເຫດການໄຟໄໝ້ປ່າຢູ່ເມືອງໂກຊອງ ແລະ ເຂດໃກ້ຄຽງ ຂອງແຂວງກັງວອນ ຂອງ ສ. ເກົາຫລີ ໃນລະຫວ່າງ ວັນທີ 4-5 ເມສາ 2019, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຈໍານວນຫລວງຫລາຍ ຂອງປະຊາຊົນ ສ.ເກົາຫລີ ທີ່ອາໃສຢູ່ພື້ນທີ່ດັ່ງກ່າວ.
ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ສ. ເກົາຫລີ ໂດຍສະເພາະຜູ້ເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກເຫດການທີ່ເກີດຂຶ້ນໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ຢ່າງໃກ້ຊິດຂອງພະນະທ່ານ ແລະ ລັດຖະບານ ສ. ເກົາຫລີ, ປະຊາຊົນ ສ. ເກົາຫລີ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນຢູ່ໃນເຂດທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ລີ ນັກ ຢອນ
ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫລີ
ທີ່ ເຊອູນ