ນະຄອນຫຼວງວຽງຈັນ, 13 ພະຈິກ 2018
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິວ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ພະນະທ່ານ ສາທາລະນະລັດ ມານດິວ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂື້ນ. ຂ້າພະເຈົ້້າ ຫວັງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົມຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ພະນະທ່ານ ອິບຣາຮິມ ໂມຮາເມັດ ໂຊລີ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິວ
ທີ່ ມາເລ