ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈຈາກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ເຫດການອຸບັດຕິເຫດເຮືອບິນຂອງສາຍການບິນ Lion Air ຖ້ຽວບິນ JT610 ຕົກ ທີ່ ຈາກາກຕາ, ອິນໂດເນເຊຍ

ນະຄອນຫຼວງວຽງຈັນ, ວັນທີ 1 ພະຈິກ 2018

ພະນະທ່ານ,

     ຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ສະແດງຄວາມເສຍໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຕໍ່ເຫດການອຸບັດຕິເຫດເຮືອບິນຂອງສາຍການບິນ Lion Air ຖ້ຽວບິນ JT610 ຕົກ ທີ່ ຈາກາກຕາ, ອິນໂດເນເຊຍ ໃນວັນທີ 29 ຕຸລາ 2018 ທີ່ຜ່ານມາ, ພາໃຫ້ຜູ້ໂດຍສານ, ພະນັກງານສາຍການບິນ ແລະ ນັກບິນທັງໝົດ 189 ຄົນ ເສຍຊີວິດ.

        ອຸບັດຕິເຫດດັ່ງກ່າວ ເປັນການສູນເສຍທີ່ໃຫຍ່ຫຼວງ ຂອງ ປະຊາຊົນອິນໂດເນເຊຍ, ເຊິ່ງປະຊາຊົນລາວທຸກທົ່ວໜ້າ ສຸດທີ່ເຫັນອົກເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກ ນໍາປະຊາຊົນອິນໂດເນເຊຍ ໂດຍສະເພາະ ແມ່ນນໍາຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດໃນຄັ້ງນີ້ ພ້ອມທັງ ຂໍສົ່ງກໍາລັງໃຈມາຍັງລັດຖະບານ, ປະຊາຊົນ ແລະ ຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ຢູ່ປະເທດອິນໂດເນເຊຍ ໃຫ້ສາມາດພົ້ນຜ່ານ ເຫດການ ແລະ ຊ່ວງເວລາແຫ່ງຄວາມທຸກໂສກໃນຄັ້ງນີ້ ໄດ້ໂດຍໄວ.

        ດ້ວຍຄວາມນັບຖືຢ່າງສູງ,

                                                                        ທອງລຸນ ສີສຸລິດ

ພະນະທ່ານ ໂຈໂກ ວີໂດໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ຈາກາກຕາ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568