ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ຕວັກກີ ຈາກບັນດາການນໍາ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 27 ຕຸ​ລາ 2018

ພະນະທ່ານ ເຣີເຊັບ ໄຕຢິບ ແອໂດກັນ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ

ທີ່ ອັງກາຣາ

        ​​ພະນະທ່ານ,

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ​​ແຫ່ງ ສາທາລະນະລັດ ຕວັກກີ, ຕາງໜ້າໃຫ້ປະຊາຊົນແຫ່ງລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າ​ຮູ້​ສຶກ​ເປັນ​ກຽດ ແລະ ​ປິຕິຍິນດີສົ່ງຄຳຊົມເຊີຍຢ່າງຈິງໃຈພອນໄຊອັນປະເສີດມາຍັງພະນະທ່ານແລະປະຊາຊົນຕວັກກີທຸກຖ້ວນໜ້າ.

ຂ້າ​ພະ​ເຈົ້າ ເຊື່ອໝັ້ນວ່າດ້ວຍ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາ ລະຫວ່າງສ​​ອງ​ປະ​ເ​ທດ​ພວກ​ເຮົາ ຈະ​ໄດ້​ຮັບ​ການ​ສືບ​ຕໍ່​ຮັດ​ແໜ້ນ ແລະ ​ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ ກໍ່ຄືເພື່ອ​ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນທົ່ວໂລກ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

ບຸນ​ຍັງ ວໍ​ລະ​ຈິດ

ປະທານ​ປະ​ເທດ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ


ພະນະທ່ານ ເມ​ລັດ ຄາ​ວູ​ໂຊ​ລູ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ຕວັກກີ

ທີ່ ອັງກາຣາ

                ພະນະ​ທ່ານ,

          ​ເນື່ອງ​ໃນ​ໂອກາດ​ວັນຊາດ​ແຫ່ງສາທາລະນະລັດ ຕວັກກີ, ຂ້າພະເຈົ້າ ຂໍຖື​ເປັນ​ກຽດ​ສົ່ງ​ຄຳ​ຊົມເຊີຍ ຢ່າງຈິງໃຈມາຍັງພະນະທ່ານ ແລະ ອວຍພອນໃຫ້ພະນະ​ທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນ ສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າໃນໜ້າທີ່​ວຽກ​ງານອັນສູງສົ່ງຂອງ​ຕົນ.

ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ປີ 2018 ນີ້ ເປັນນິມິດໝາຍແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຕວັກກີ ຄົບຮອບ 60 ປີ, ພິເສດແມ່ນສາທາລະນະລັດ ຕວັກກີ ໄດ້ສ້າງຕັ້ງສະຖານເອກອັກຄະລັດຖະທູດຂອງຕົນ ປະຈຳ ສປປ ລາວ ຢູ່ ນະຄອນຫຼວງວຽງຈັນ. ຂ້າພະເຈົ້າ​ ເຊື່ອ​ໝັ້ນ​ວ່າ ດ້ວຍຄວາມພະຍາຍາມຮ່ວມກັນເພີ່ມຂຶ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີ, ທັງສອງຝ່າຍ ແລະ ຫຼາຍຝ່າຍ, ທີ່ມີມາແຕ່ຍາວນານລະຫວ່າງສອງ​ປ​ະ​ເທດ ກໍ່ຄືລະຫວ່າງສອງ ກະຊວງພວກ​ເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ແຕກ​ດອກ​ອອກ​ຜົນຍິ່ງໆຂຶ້ນໃນ​ຊຸມ​ປີ​ຕໍ່​ໜ້າ ເພື່ອຜົນ ປະໂຫຍດຂອງປະຊາຊົນສອງ​ຊາດພວກເຮົາ ​ກໍ່​ຄືເພື່ອສັນຕິພາບ, ສະ​ຖຽນ​ລະ​ພ​າບ ແລະ ການຮ່ວມມືເພື່ອ ການພັດທະນາ​​ແບບຍືນຍົງໃນພາກພື້ນ ແລະ ໃນໂລກ.

 

       ດ້ວຍຄວາມນັບຖືຢ່າງສູງ,

ສະເຫຼີມໄຊ ກົມມະະສິດ

ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປ​ະ​ເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 



 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484606
ມື້ນີ້122
ມື້ວານ188
ອາທິດນີ້1044
ເດືອນນີ້3911