ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2018
ພະນະທ່ານ,
ຂ້າພະເຈົ້າ ໄດ້ຊາບຂ່າວເຫດການແຜ່ນດິນໄຫວ ແລະ ຄື້ນຊຶນາມິ ຢູ່ ແຂວງສຸລາເວຊີກາງ, ອິນໂດເນເຊຍ ໃນວັນທີ 28 ກັນຍາ 2018 ຜ່ານມາ, ເຊິ່ງໄດ້ສ້າງຄວາມສູນຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ທີ່ດຳລົງຊີວິດຢູ່ໃນເຂດດັ່ງກ່າວ ຢ່າງຫຼວງຫຼາຍ.
ຂ້າພະເຈົ້າ ຂໍຕາງໜ້າໃຫ້ປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ ສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ພະນະທ່ານ ກໍຄືປະຊາຊົນອິນໂດເນເຊຍ, ໂດຍສະເພາະ ຜູ້ເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກເຫດການໄພພິບັດໃນຄັ້ງນີ້.
ພວກຂ້າພະເຈົ້າ ຂໍສະແດງຄວາມເປັນນໍ້າໜຶ່ງໃຈດຽວກັບ ພະນະທ່ານ ແລະ ປະຊາຊົນອິນໂດເນເຊຍ ໃນການຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນຄັ້ງນີ້ ແລະ ຂໍໃຫ້ເຂດທີ່ໄດ້ຮັບຜົນກະທົບຈົ່ງໄດ້ຮັບການຟື້ນຟູ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ພະນະທ່ານ ໂຈໂກ ວີໂດໂດ
ປະທານາທິບໍດີ ແຫ່ງສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາຕາ