ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເຫັນໃຈ ຕໍ່ເຫດການແຜ່ນດິນໄຫວ ຢູ່ແຂວງຮັອກໄກໂດ, ປະເທດຍີ່ປຸ່ນ ໃນວັນທີ 06 ກັນຍາ 2018 ຜ່ານມາ


ນະຄອນຫຼວງວຽງຈັນ, ວັນທີ 11 ກັນຍາ 2018

ພະນະທ່ານ ຊິນໂຊ ອາເບະ

ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ

ທີ່ ນະຄອນຫຼວງໂຕກຽວ

 

ພະນະທ່ານ,

ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈທີ່ໄດ້ຮັບຊາບຂ່າວ ເຫດການແຜ່ນດິນໄຫວ 6,7 ຣິກເຕີ ຢູ່ ແຂວງຮັອກໄກໂດ ພາກເໜືອຂອງ ຍີ່ປຸ່ນ ໃນວັນທີ 6 ກັນຍາ 2018, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ ແລະ ລະບົບພື້ນຖານໂຄງລ່າງຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.

ຂ້າພະເຈົ້າ ໃນນາມສ່ວນຕົວ ກໍຄືລັດຖະບານແລະປະຊາຊົນ ແຫ່ງ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ກໍ​ຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈາກເຫດການໄພພິບັດທາງທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນໍາຂອງພະນະທ່ານ ແລະ ດ້ວຍມູນເຊື້ອແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຍີ່ປຸ່ນ, ສະພາບຄວາມເສຍຫາຍຈາກໄພພິບັດດັ່ງກ່າວ ຈະໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485759
ມື້ນີ້58
ມື້ວານ206
ອາທິດນີ້795
ເດືອນນີ້5064