ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນ ຈາກ ບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ ສົ່ງເຖິງ ບັນດາການນໍາຂັ້ນສູງ ແຫ່ງ ສປປ ເກົາຫຼີ, ເນື່ອງໃນໂອກາດ ວັນຊາດ ສປປ ເກົາຫຼີ ຄົບຮອບ 70 ປີ


ສະຫາຍ ກິມ ເຈິງ ອຸນ ທີ່ຮັກແພງ,

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ເກົາຫຼີ ຄົບຮອບ 70 ປີ, ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳອວຍພອນໄຊອັນປະເສີດ, ສະໜິດສະໜົມທີ່ສຸດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 70 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ເດັດດ່ຽວ ໜຽວແໜ້ນ ຂອງພັກແຮງງານເກົາຫຼີ ອັນມີປະທານ ກິມ ອິນຊຸງ, ສະຫາຍ ກິມ ເຈິງ ອີນ ຜູ້ນຳທີ່ຍິງໃຫຍ່ ຂອງ ສປປ ເກົາຫຼີ ແລະ ມາໃນໄລຍະໃໝ່ ສະຫາຍ ເປັນຜູ້ສືບທອດພາລະກິດດັ່ງກ່າວ, ໄດ້ເສີມຂະຫຍາຍຄວາມເປັນເຈົ້າຕົນເອງໃນລະດັບສູງຂອງປະຊາຊົນເກົາຫຼີ ແລະ ສາມາດຜ່ານຜ່າທຸກອຸປະສັກ, ນັບທັງໄພຂົ່ມຂູ່ຕ່າງໆ ຈາກພາຍນອກ, ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຢ່າງຮອບດ້ານ: ການເມືອງມີສະຖຽນລະພາບໜັກແໜ້ນ, ການປ້ອງກັນຊາດມີຄວາມເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊິວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈ, ການສຶກສາ, ສະຫວັດດີການສັງຄົມ ຂອງປະຊາຊົນ ສປປ ເກົາຫຼີ ລ້ວນແຕ່ໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂື້ນເປັນກ້າວໆ, ພາລະກິດສ້າງສາສັງຄົມນິຍົມຢູ່ ສປປ ເກົາຫຼີ ກ້າວຂຶ້ນສູ່ຈຸດໝາຍຢ່າງໜັກແໜ້ນ.

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ດັ່ງກ່າວ ແລະ ຖືຜົນສຳເລັດເຫຼົ່ານັ້ນ ເປັນສິ່ງປຸກລະດົມກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ປະຊາຊົນລາວພວກຂ້າພະເຈົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນ.

ຂ້າພະເຈົ້າຕີລາຄາສູງການພົວພັນຮ່ວມມືຶທີມີມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ຕະຫຼອດໄລຍະທີ່ຜ່ານມາ ເຊິ່ງໄດ້ຮັບການສ້າງຕັ້ງຂື້ນໂດຍ ປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ     ກິມ ອິນ ຊຸງ, ຜູ້ນຳທີ່ຍິ່ງໃຫຍ່ຂອງ ສປປ ເກົາຫຼີ ແລະ ໄດ້ຮັບການເສີມຂະຫຍາຍມາໂດຍຕະຫຼອດ ໂດຍການນຳຂັ້ນສູງຂອງ ສອງພັກ, ສອງລັດ ຂອງພວກເຮົາ.

ຂ້າພະເຈົ້າເຊື້ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາ ຂອງພັກແຮງງານເກົາຫຼີທີ່ມີ ສະຫາຍ ເປັນຜູ້ນຳໜ້ານັ້ນ, ປະຊາຊົນ ສປປ ເກົາຫຼີ ຈະສືບຕໍ່ປະສົບຜົນສໍາເລັດ ໃນພາລະກິດພັດທະນາປະເທດຊາດຂອງຕົນ ໃຫ້ນັບມື້ນັບເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ບັນລຸເປົ້າໝາຍໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ ແລະ ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍ ຈົ່ງມີພະລາໄມສົມບູນ, ປະສົບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ວຽກງານອັນສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ,

ນະຄອນຫຼວງວຽງຈັນ, ວັນທີ 07 ກັນຍາ 2018

ບຸນຍັງ ວໍລະຈິດ

ເລຂາທິການໃຫຍ່

ຄະນະບໍລິຫານງານສູນກາງພັກ ປປ ລາວ,

ປະທານປະເທດແຫ່ງ ສປປ ລາວ

ສະຫາຍ ກິມເຈິງອຸນ

ປະທານພັກແຮງງານເກົາຫຼີ

ປະທານຄະນະກຳມາທິການກິດຈະການແຫ່ງລັດແຫ່ງ

ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກອງທັບປະຊາຊົນເກົາຫຼີ

ທີ່ ນະຄອນຫຼວງພຽງຢາງ.


 

ສະຫາຍ ປາກ ບົງຈູ ທີ່ຮັກແພງ,

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 70 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ     ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ 70 ປີ, ພາຍໃຕ້ການນໍາພາຂອງພັກແຮງງານເກົາຫລີ ເສດຖະກິດ-ສັງຄົມຂອງ ສປປ ເກົາຫລີ ໄດ້ຮັບການພັດທະນາເປັນກ້າວໆມາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫລີ ໄດ້ຮັບການພັດທະນານັບມື້ນັບດີຂື້ນ. ພ້ອມດຽວກັນ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ແລະ ຄວາມຕັດສີນໃຈສູງຂອງລັດຖະບານ ສປປ ເກົາຫລີ ຈະສາມາດຜ່ານຜ່າອຸປະສັກນາໆປະການ ແລະ ຈະສາມາດສືບຕໍ່ພັດທະນາເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ       ໃໝ່ໃຫ່ຍຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສັງຄົມນິຍົມ ສປປ ເກົາຫລີ ໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍຄວາມນັບຖືຢ່າງສູງ,

ນະຄອນຫລວງວຽງຈັນ, ວັນທີ 07 ກັນຍາ 2018

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ປາກ ບົງຈູ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ

ທີ່ ນະຄອນຫລວງພຽງຢາງ.


 

ສະຫາຍ ຣີ ຢອງໂຮ ທີ່ຮັກແພງ,

ເນື່ອງໃນໂອກາດການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 70 ປີ, ຕາງໜ້າຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ຈະໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະໂຫຍດລວມ ຂອງ ປະຊາຊົນສອງຊາດພວກເຮົາ   ກໍ່ຄື ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃຫ່ຍຫຼວງກວ່າເກົ່າໃນໜ້າທີ່ວຽກງານອັນສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ.

ນະຄອນຫລວງວຽງຈັນ, ວັນທີ 07 ກັນຍາ 2018

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ຣິ ຢອງໂຮ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ

ທີ່ ນະຄອນຫລວງພຽງຢາງ.


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125