ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈ ຕໍ່ເຫດການນໍ້າຖ້ວມ ແລະ ດິນເຈື່ອນ ຢູ່ຫຼາຍລັດ ແລະ ຫຼາຍແຄວ້ນ ຂອງ ສສ.ມຽນມາ

ນະຄອຫຼວງວຽງຈັນ, ວັນທີ 07 ສິງຫາ 2018

ພະ​ນະ​ທ່ານ,

​​ໃນ​ນາມປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມເສົ້າສະຫຼົດໃຈ ແລະ ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງ ພະ​ນະ​ທ່ານ ແລະ ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ກໍຄືຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກໄພນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນຢ່າງຮ້າຍແຮງຍ້ອນຝົນຕົກໜັກຢູ່ຫຼາຍລັດ ແລະ ຫຼາຍແຄ້ວນຂອງປະເທດ ໂດຍ​ສະ​ເພາະ ​ລັດ​ກະຢິນ, ລັດກະຈິນ, ລັດມອນ, ແຄ້ວນບາໂກ, ແຄ້ວນເອຢາວະດີ ແລະ ແຄ້ວນຕານິນຕາຢີ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ໃຫ​ຍ່​ຫຼວງ​ຕໍ່​ຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ ມຽນ​ມາ.

ຂ້າ​ພະ​ເຈົ້າ ​ເຊື່ອ​ໝັ້ນຢ່າງໜັກແໜ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ ພະ​ນະ​ທ່ານ ແລະ ​ການ​ຊ່ວຍ​ເຫຼືອ​ຈາກວົງ​ຄະ​ນາ​ຍາດ​ສາ​ກົນ, ສາທາລະນະລັດ ສະຫະພາບ ມຽນມາ ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດນີ້ ແລະ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ ແຫ່ງ ສາທາລະນະລັດ ສະຫະພາບ ມຽນ​ມາ ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ​ໃນມໍ່ໆນີ້.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

                                                                                   

ບຸນ​ຍັງ ວໍ​ລະ​ຈິດ                                         

ພະນະ​ທ່ານ ອູ ວິນ ໝິນ

ປະ​ທານາທິບໍດີ

ແຫ່ງ ສາທາ​ລະນະ​ລັດ ສະຫະພາບ ມຽນມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ


ພະ​ນະ​ທ່ານ,

​​ຂ້າ​ພະ​ເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່​ໄດ້​ຮັບ​ຂ່າວ​ວ່າ ໃນ​ລະ​ຫວ່າງ ເດືອນ ກໍ​ລະ​ກົດ ທີ່​ຜ່ານ​ມາ ຍ້ອນມີຝົນຕົກໜັກຢ່າງຕໍ່ເນື່ອງໄດ້​ເກີດ​ມີ​ນ້ຳ​ນອງ​ລົ້ນ​ຕະ​ຝັ່ງ, ນ້ຳ​ຖ້ວມ​ກະ​ທັນ​ຫັນ ແລະ ດິນ​ເຈື່ອນ​ຢ່າ​ງ​ຮ້າຍ​ແຮງ​ຢູ່​ຫຼາຍ​ລັດ ແລະ ຫຼາຍ​ແຄ້ວນ ຂອງປະ​ເທດ ໂດຍ​ສະ​ເພາະ ​ລັດ​ກະຢິນ, ລັດກະຈິນ, ລັດມອນ, ແຄ້ວນບາໂກ, ແຄ້ວນເອຢາວະດີ ແລະ ແຄ້ວນຕານິນຕາຢີ ຂອງສາທາລະນະລັດ ສະຫະພາບ ມຽນມາ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ໃຫ​ຍ່​ຫຼວງ​ຕໍ່​ຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ ມຽນ​ມາ.

ໃນ​ນາມ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສຍໃຈ ແລະ ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງ ພະ​ນະ​ທ່ານ ແລະ ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ກໍ​ຄື​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ໄພ​ທຳ​ມະ​ຊາດ​ໃນຄັ້ງນີ້.

ຂ້າ​ພະ​ເຈົ້າ ມີ​ຄວາມ​ໝັ້ນໃຈ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ ພະ​ນະ​ທ່ານ ແລະ ປະ​ທາ​ນາ​ທິ​ບໍ​ດີ ອູ ວິນ ໜິນ ກັບ​ການ​ຊ່ວຍ​ເຫຼືອ​ຈາກວົງ​ຄະ​ນາ​ຍາດ​ສາ​ກົນ, ສາທາລະນະລັດ ສະຫະພາບ ມຽນ​ມາ ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດນີ້ ແລະ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມຽນ​ມາ ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

                                                                             ທອງ​ລຸນ ສີສຸລິດ

ພະນະ​ທ່ານ ນາງ ອອງ ຊານ ຊູ ຈີ   

ທີ່ປຶກສາແຫ່ງລັດ

ແຫ່ງ ສາທາ​ລະນະ​ລັດ ສະຫະພາບ ມຽນມາ

ທີ່ ນະຄອນຫຼວງເນປິດໍ.


ພະ​ນະ​ທ່ານ,

​​ຂ້າ​ພະ​ເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈເປັນຢ່າງຍິ່ງມາຍັງ ພະນະທ່ານ ແລະ ປະຊາຊົນ ມຽນມາ ກໍຄືຄອບຄົວຜູ້ທີ່ປະສົບເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກມໍລະສຸມລະດູຝົນ ໃນ​ລະ​ຫວ່າງ ເດືອນກໍ​ລະ​ກົດ ທີ່​ຜ່ານ​ມາ ອັນໄດ້ເຮັດໃຫ້ເກີດ​ມີ​ນ້ຳ​ຖ້ວມ​ກະ​ທັນ​ຫັນ ແລະ ດິນ​ເຈື່ອນ​ຢ່າ​ງ​ຮ້າຍ​ແຮງ​ຢູ່​ຫຼາຍ​ລັດ ແລະ ຫຼາຍ​ແຄ້ວນ ຂອງປະເທດ ໂດຍ​ສະ​ເພາະ ​ລັດ​ກະຢິນ, ລັດກະຈິນ, ລັດມອນ, ແຄ້ວນບາໂກ, ແຄ້ວນເອຢາວະດີ ແລະ ແຄ້ວນຕານິນຕາຢີ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ໃຫ​ຍ່​ຫຼວງ​ຕໍ່​ຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ ມຽນ​ມາ.

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ​ພາຍໃຕ້ການ​ນຳ​ພາ​ຂອງ ພະ​ນະ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ວິນ ໝິນ ແລະ ການ​ຊ່ວຍ​ເຫຼືອ​ຈາກວົງ​ຄະ​ນາ​ຍາດ​ສາ​ກົນ, ສາທາລະນະລັດ ສະຫະພາບ ມຽນມາ ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດນີ້ ແລະ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມຽນ​ມາ ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

                                                                             ສະເຫຼີມໄຊ ກົມມະສິດ

ພະນະ​ທ່ານ ອູ ຈໍ ຕິນ,

ລັດຖະມົນຕີກະຊວງຮ່ວມມືສາກົນ

ແຫ່ງ ສາທາ​ລະນະ​ລັດ ສະຫະພາບ ມຽນມາ

ທີ່ນະຄອນຫຼວງເນປິດໍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485780
ມື້ນີ້79
ມື້ວານ206
ອາທິດນີ້816
ເດືອນນີ້5085