ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ອິນໂດເນເຊຍ ຈາກ ບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ ສົ່ງເຖິງ ຄູ່ຮ່ວມຕໍາແໜ່ງ ທີ່ ສາທາລະນະລັດ ອິນໂດເນເຊຍ.


ນະຄອນຫຼວງວຽງຈັນ, ວັນທີ 15 ສິງຫາ 2018

 

ພະນະທ່ານ,

 

ໃນນາມປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງ ພະນະທ່ານແລະປະຊາຊົນອິນໂດເນເຊຍເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 73 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ຈະໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນທັງສອງຊາດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

          ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ຂອງ ພະນະທ່ານ ແລະ ປະຊາຊົນອິນໂດເນເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນ.

          ດ້ວຍຄວາມ​ເຄົາລົບ ​ແລະ ນັບຖືເປັນຢ່າງສູງ,

    

ບຸນຍັງ ວໍລະຈິດ

ພະນະທ່ານ ໂຈໂກ ວີໂດໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ນະຄອນຫລວງຈາກາຕາ

 


ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2018

 

ພະນະທ່ານ,

 

          ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 73 ປີ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍອັນຈິງໃຈແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະບານແລະປະຊາຊົນ ແຫ່ງ ສາທາລະນະລັດອິນໂດເນເຊຍເພື່ອນມິດທຸກຖ້ວນໜ້າ.

 ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ການພົວພັນຮ່ວມມືທີ່ມີໝາກຜົນ ລະຫວ່າງ ສອງປະເທດພວກເຮົາ ໃນຊຸມປີຜ່ານມາ, ທັງໄດ້ຮັບການເອົາໃຈໃສ່ ແລະ ສົ່ງເສີມໃຫ້ຂະຫຍາຍຕົວໃນຫລາຍດ້ານ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ຄວາມເອົາໃຈໃສ່ຊີ້ນຳ-ນຳພາ ຂອງການນຳຂັ້ນສູງ ຂອງສອງປະເທດພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ດີດັ່ງກ່າວມານັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄືໃນຄອບຄົວອາຊຽນ ຂອງພວກເຮົາ.

 ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ຂອງພະນະທ່ານ ແລະ ສືບຕໍ່ນຳພາປະຊາຊົນອິນໂດເນເຊຍ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ.

 ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,                                                 

 

ທອງລຸນ ສີສຸລິດ

 

ພະນະທ່ານ ໂຈໂກ ວີໂດໂດ

 ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

 ທີ່ ນະຄອນຫລວງຈາກາຕາ

 


 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484733
ມື້ນີ້44
ມື້ວານ205
ອາທິດນີ້1171
ເດືອນນີ້4038