ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເຫັນໃຈຈາກ ການນຳຂັ້ນສູງຂອງຕ່າງປະເທດ ເຖິງ ການນຳຂັ້ນສູງຂອງ ສປປ ລາວ ຕໍ່ກັບເຫດອຸທົກກະໄພ ທີ່ແຂວງອັດຕະປື

ພະ​ນະ​ທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ທີ່ ນະຄອນຫຼວງວຽງຈັນ

ພະ​ນະ​ທ່ານ ນາຍົກລັດຖະມົນຕີ,

ຂ້າພະ​ເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າໂສກ ກ່ຽວກັບອຸທົກກະໄພນໍ້າຖ້ວມທີ່ຮຸນແຮງ ຫຼັງຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນປະເທດຂອງພະນະທ່ານ ອັນເປັນສາເຫດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍເປັນຈຳນວນຫຼວງຫຼາຍ. ຂ້າພະເຈົ້າຫວັງວ່າ ສະພາບການດັ່ງກ່າວຈະມີສະຖຽນລະພາບ ແລະ ຈະບໍ່ມີເຫດການນໍ້າຖ້ວມອີກເນື່ອງຈາກເຂື່ອນພັງລົງຢ່າງສີ້ນເຊີງ.

ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງຈິງໃຈມາຍັງພະນະທ່ານ ແລະ ປະຊາຊົນລາວ ຂອງທ່ານ ໂດຍສະເພາະແມ່ນຄວາມອາໄລອາວອນ​ຕໍ່ຄອບຄົວ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ແລະ ບາດເຈັບຈາກ​ເຫດການ​ນີ້, ທີ່ຂ້າພະເຈົ້າຫວັງວ່າ ຈະໄດ້ຮັບການຟື້ນຟູສູ່ສະພາບປົກກະຕິໂດຍໄວ.

     ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

      ອັງ​ແກ​ນລາ ​ແມ​ັກ​ແກນ

                              ນາຍົກລັດຖະມົນຕີ

                                                                                     ແຫ່ງສາທາລະນະລັດ ສະຫະພັນ ເຢຍລະ​ມັນ


 

ພະນະ​ທ່ານ,

 

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ ຕໍ່​ກັບ​ການ​ສູນ​ເສຍ​ຊິ​ວິດ​ເປັນ​ຈຳ​ນວນຫຼວງຫຼ​າຍ ແລະ ຄວາມ​ເສຍ​ຫາຍ​ອັນ​ໃຫຍ່ຫຼວງ ເນື່ອງ​ຈາກ​ເຂື່ອນ​ໄຟ​ຟ້າ​ພັງ ທີ່ ສ​ປ​ປ ລາວ.

 

ຕໍ່​ໜ້າ​ໂສກ​ນາດ​ຕະ​ກຳ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ຄອບ​ຄົວ ແລະ ໝູ່​ເພື່ອ​ນ ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​       ພ້ອ​ມ​ທັງ​ຄົນ​ທີ່​ຮັກ ແລະ ທຸກໆ​ຄົນ​ ທີ່​ຖືກ​ຜົນ​ກະ​ທົບ ຈົ່ງ​ເຂັ້ມ​ແຂງ ແລະ ອົດ​ທົນ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ມີ​ການ​   ໂຮມ​ແຮງ​ໂຮ​ມ​ໃຈ​ກັນ​ທົ່ວ​ປະ​ເທດ ສືບ​ຕໍ່​ດຳ​ເນີນ​ການ​ກູ້​ໄພ, ຊອກ​ຫາ​ຜູ້​ຫາຍ​ສາບ​ສ​ູນ ແລະ ແກ້​ໄຂ​ຜົນ​ສະ​ທ້ອນ​ທີ່​ເຈັບ​ປວດ​ຈາກ​ໄພ​ພິ​ບັດ​ໃນ​ຄັ້ງ​ນີ້​ໃຫ້​ລຸ​ລ່ວງ​ໄປ.

 

       ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

 

ດາ​ລີ​ອາ ກ​ຣີ​ເບົາ​ສ​ໄກ​ເຕ

 

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ລິດ​ທົວ​ເນຍ


 

ພະນະທ່ານ,

 

ເພື່ອນຮ່ວມງານທີ່ນັບຖື,

 

​    ພວກຂ້າພະ​ເຈົ້າ ຂໍ​ສະ​ແດ​ງ​ຄວາມ​ເສຍ​ໃຈ​ຢ່າງ​ເລີກ​ເຊິ່ງ ຕໍ່​ການ​ສູນ​ເສຍ​ຊີ​ວິດ ແລະ ​ປະ​ຊາ​ຊົນ​ຈຳ​ນວນຫຼາຍ​ພັນ     ​ຄອບ​ຄົວ ທີ່​ໄດ້​ຮັບຜົນ​ກະ​ທົບ​ຈາກ​ອຸ​ປະ​ຕິ​ເຫດໂສກ​ນາດ​ຕະ​ກຳ ກ່ຽວ​ກັບ ​ເຂື່ອນ​ໄຟ້​ຟ້າ ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໃນ​ແຂວງ​ອັດ​ຕະ​ປື. ການ​ດຳ​ເນີນ​ການ​​ທີ່​ມີ​ປະ​ສິດ​ທິ​ພາບ ແລະ ທັນ​ເວ​ລາ ໂດຍ ລັດ​ຖະ​ບານ​ຂອງ​ທ່ານ ໃນ​ການ​   ຊ່ວຍ​ເຫຼືອ​ປະ​ຊາ​ຊົນທີ່​ຕົກ​ທຸກ​ໄດ້​ຍາກ ສົມ​ຄວນ​ໄດ້​ຮັບ​ການເຄົາ​ລົບ​ນັບ​ຖື​​ຈາກ​ພວກ​ຂ້າ​ພະ​ເຈົ້າ ແລະ ​ແນ່ນອນ​ແລ້ວ ເປັນ​ການ​ຊ່ວຍ​ແບ່ງ​ເບົາ​ຄວາມ​ທຸກທໍ​ລະ​ມານ​ຂອງ​ຜູ້​​ທີ່ໄດ້​ຮັບ​ຜົນ​ກະ​ທົບ.

 

    ໃນ​ນາມ​ສ່ວນ​ຕົ​ວ, ໃນ​ນາມ​ລັດ​ຖະ​ບານ​ ແລະ ໃນ​ນາມ​ປະ​ຊາ​ຊົນ​ປອກ​ຕຸຍ​ການ, ຂ້າ​ພະ​ເຈົ້າ ຂໍ​​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ອັນ​ຈິງ​ໃຈ​ທີ່​ສຸດ ມາ​ຍັງ​ພະ​ນະ​ທ່ານ, ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ຄອບ​ຄົວ​ຜູ້​ຖືກ​ເຄາະ​ຮ້າຍ​ທັງ​ຫຼາຍ ແລະ ຂໍ​ໃຫ້​​ການ​ບໍ​ລິ​ການ​ພື້ນ​ຖານ​ຕ່າງໆ​ຢູ່​ໃນເມືອງ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ທັງ​ໝົດ ​ໄດ້​ຮັບ​ການ​ຟື້ນ​ຟູ​​ຄືນ​ໂດຍ​ໄວ.

 

                                                                                     ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

 

                                                                                   ໂອ​ກັດ​ໂຕ ຊານ​ໂຕ​ສ໌ ຊິ​ນ​ວາ

 

                                                                     ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ປອກ​ຕຸຍ​ການ

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480409
ມື້ນີ້67
ມື້ວານ172
ອາທິດນີ້807
ເດືອນນີ້6640