ນະຄອນຫລວງວຽງຈັນ, ວັນທີ ມິຖຸນາ 2018
ພະນະທ່ານ ວະລາດີເມຍ ປູຕິນ,
ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫລວງ ມົດສະກູ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ຂ້າພະເຈົ້າ ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຜົນສໍາເລັດອັນຈົບງາມທີ່ຍາດມາໄດ້ໃນການພັດທະນາສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ລວມທັງການສະໜັບສະໜູນຊ່ວຍເຫຼືອທີ່ມີປະສິດທິພາບ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນໍາກັນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມ ແລະ ການຮ່ວມມື ມີມາແຕ່ຍາວນານ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫລວງໃນການນໍາພາປະເທດຊາດຂອງພະນະທ່ານ ໄປສູ່ ຄວາມວັດທະນາຖາວອນ ແລະ ປະຊາຊົນຣັດເຊຍ ມີຄວາມສົມບູນພູນສຸກ ຢ່າງບໍ່ຢຸດຢັ້ງ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ເດີມີຕຼີ ເມັດເວເດັບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫລວງ ມົດສະກູ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ສົ່ງຄຳຊົມເຊີຍຢ່າງຈິງໃຈແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫ່ຍຫລວງໃນໜ້າທີ່ອັນສົມກຽດຂອງພະນະທ່ານ.
ຂ້າພະເຈົ້າ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ມີມາຫຼາຍທົດສະວັດ ລະຫວ່າງ ລາວ-ຣັດເຊຍ ທີ່ເຕັມໄປດ້ວຍຄວາມເຂົ້າອົກເຂົ້າໃຈ, ຊ່ວຍເຫລືອ ແລະ ການສະໜັບສະໜູນຊຶ່ງກັນແລະກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຮ່ວມມືທີ່ເປັນມູນເຊື້ອດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນອະນາຄົດ.
ຂ້າພະເຈົ້າ ເຊື່ອຫມັ້ນວ່າ, ດ້ວຍຄວາມພະຍາຍາມຮ່ວມກັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະການສະໜັບສະໜູນຊ່ວຍເຫຼືອທີ່ມີປະສິດທິພາບ ຈະເປັນພື້ນຖານອັນສໍາຄັນໃຫ້ແກ່ການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດຖະບານພວກເຮົາ ເພື່ອຜົນປະໂຫຍດຂອງປະຊາຊົນລາວ ແລະ ປະຊາຊົນຣັດເຊຍ, ເພື່ອສັນຕິພາບ ແລະ ການຮ່ວມມືສາກົນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນສີສຸລິດ,
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ພະນະທ່ານ ເຊຣເກ ລາວະຣົບ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ
ທີ່ນະຄອນຫລວງມົດສະກູ
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ.
ຂ້າພະເຈົ້າ ຢືນຢັນເຖິງຄວາມກຽມພ້ອມທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ໃນການຜັນຂະຫຍາຍຜົນການຢ້ຽມຢາມ ຣັດເຊຍ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນທ້າຍປີ 2017 ທີ່ຜ່ານມາ ເພື່ອເພີ່ມທະວີປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືມາແຕ່ຍາວນານ ລະຫວ່າງ ລາວ-ຣັດເຊຍ ກໍຄື ສອງກະຊວງການຕ່າງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ ແລະ ການຮ່ວມມືສາກົນ.
ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ