ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນສ້າງຕັ້ງສະຫະພາບເອີຣົບ ຈາກການນຳຂັ້ນສູງ ແຫ່ງ ສປປ ລາວ

ພະນະ​ທ່ານ ​ໂດນ​ອລ໌ ຕັສ໌

ປະທານ​ສະພາ​ສະຫະພາບ​ເອີຣົບ

ບຣຸກ​ແຊນ

                ພະນະ​ທ່ານ,

          ເນື່ອງໃນໂອກາດວັນສ້າງ​ຕັ້ງ​ສະຫະພາບ​ເອີຣົບ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ         ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນ​ອົບ​ອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະ​ທ່ານ ແລະ ຜ່ານພະນະ​ທ່ານ ໄປຍັງລັດຖະບານ ​ແລະ ປະຊາຊົນ​ແຫ່ງສະຫະພາບເອີຣົບ ຈົ່ງມີຄວາມຜາສຸກ ແລະ ວັດທະນະຖາວອນ.

ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ສະຫະພາບ​ເອີຣົບ ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍຍິ່ງໆ​ຂຶ້ນໃນອະນາຄົດ ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ​ລາວ ​ແລະ ປະຊາຊົນ​ສະຫະພາບ​ເອີຣົບ ກໍ​ຄື​ເພື່ອ​ການ​ຮ່ວມ​ມືເພື່ອ​ການ​ພັດທະນາ.

   ດ້ວຍຄວາມນັບຖືຢ່າງສູງ,

ບຸນຍັງ ວໍລະຈິດ

ປະທານປະເທດ

                                                      ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

--------------------------------------------------------------------------------------------------------------------------------------------------------

ພະນະ​ທ່ານ ​ຊັງ ​ໂກຣດ​ເດິ ຈຸ​ງ​ເກີ

ປະທານ​ຄະນະ​ກຳມາ​ທິການ​ເອີຣົບ

ບຣຸກ​ແຊນ

 

ພະນະ​ທ່ານ,

          ເນື່ອງໃນໂອກາດວັນສ້າງ​ຕັ້ງ​ສະຫະພາບ​ເອີຣົບ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ          ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງ​ຈິງ​​ໃຈ ແລະ ພອນໄຊ ອັນປະເສີດ ມາຍັງພະນະ​ທ່ານ ແລະ ຜ່ານພະນະ​ທ່ານໄປຍັງປະຊາຊົນ​ແຫ່ງສະຫະພາບເອີຣົບທຸກຖ້ວນໜ້າ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນ ພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ.

 

   ດ້ວຍຄວາມນັບຖືຢ່າງສູງ,

 

ທອງ​ລຸນ ສີ​ສຸ​ລິດ

       ນາຍົກລັດຖະມົນຕີ

                                                       ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

--------------------------------------------------------------------------------------------------------------------------------------------------------

ພະນະ​ທ່ານ ​ນາງ ​ເຟເດຣິກາ ໂມເກຣີນີ

ຜູ້ຕາງໜ້າ​ລະ​ດັບ​ສູງ​ຮັບ​ຜິ​ດຊອບ​ວຽກ​ງານ​ຕ່າງປະ​ເທດ ​ແລະ ຮອງປະທານ​ຄະນະ​ກຳມາ​ທິການ​ເອີຣົບ

ບຣຸກ​ແຊນ

 

                ພະນະ​ທ່ານ,

ເນື່ອງໃນໂອກາດວັນສ້າງ​ຕັ້ງ​ສະຫະພາບ​ເອີຣົບ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນ​ອົບ​ອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະ​ທ່ານ ຈົ່ງມີ​ແຕ່ຄວາມຜາສຸກ ແລະ ປະສົບ​ຜົນສຳ​ເລັດທຸກ​ປະການ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງພະນະ​ທ່ານ.

ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ສະຫະພາບ​ເອີຣົບ ຈະໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ພວກເຮົາ, ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.

 

         ດ້ວຍຄວາມນັບຖືຢ່າງສູງ,

 

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປ​ະ​ເທດ

                                                          ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478570
ມື້ນີ້165
ມື້ວານ165
ອາທິດນີ້279
ເດືອນນີ້4801