ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 60 ປີ ຈາກບັນດາການນຳ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 30 ມັງ​ກອນ 2018

ພະນະທ່ານດ​ຣ. ອັງ​ເກ​ລາ ແມກ​ແກນ

ນາ​ຍົກລັດ​ຖະ​ມົນ​ຕີ

ແຫ່ງສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ເຢຍ​ລະ​ມັນ

ທີ່​ແບກ​ແລັງ

ພະນະທ່ານ,

ເນື່ອງໃນໂອກາດຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ເຢຍ​ລະ​ມັນ (31/1/1958- 31/1/2018), ຂ້າພະເຈົ້າ ຂໍຖື​ເປັນ​ກຽດສົ່ງຄຳຊົມເຊີຍອັນອົບອຸ່ນ, ຈິງ​ໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເຢຍ​ລະ​ມັນ​​ ​ທຸກ​ຖ້ວນ​ໜ້າ.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ສາຍພົວພັນມິດ​ຕະ​ພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດຂອງພວກເຮົາ ແມ່ນ​ມີ​ບາດ​ກ້​າວ​ຂະ​ຫຍາຍ​ຕົວ ແລະ ເພີ່ມ​ທະ​ວີ​ຢ່າງ​ໜັກ​ແໜ້ນ​. ໃນ​ໄລ​ຍະ​ຜ່ານ​ມາ ສ​ສ. ເຢຍ​ລະ​ມັນ ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສາ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ ຂອງ ສ​ປ​ປ ລາວ. ຂ້າພະເຈົ້າຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ດັ່ງ​ກ່າວ ແລະ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກ​ເຮົາ ຈະໄດ້ຮັບການເສີມ​ຂະ​ຫຍາຍ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ ສອງ​ຊາດພວກ​ເຮົາ, ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື​ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີ​ຄວາມ​ຜາ​ສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດພວກເຮົາຢ່າງສຳເລັດຜົນ.

    ດ້ວຍຄວາມນັບຖືຢ່າງສູງ,

          

       ​ທອງ​ລຸນ ສີ​ສຸ​ລິດ

​               ນາ​ຍົກ​ລັດ​ຖະ​ມົນ​ຕີ

   ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ


ພະນະທ່ານຊິກ​ມາ ກາບບ​ຣຽນ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ເຢຍ​ລະ​ມັນ

ທີ່​ແບກ​ແລັງ

ພະນະທ່ານ,

ເນື່ອງໃນໂອກາດຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ເຢຍ​ລະ​ມັນ (31/1/11958 – 31/1/2018), ຂ້າພະເຈົ້າ ຂໍຖື​ເປັນ​ກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງພະນັກງານກະຊວງການຕ່າງປະເທດ​ ເຢຍ​ລະ​ມັນ ຈົ່ງ​ມີ​ສຸກ​ຂະ​ພາບ​ແຂງ​ແຮງ ແລະ ​ຄວາມ​ຜາ​ສຸກ.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫຼອດໄລຍະ 60 ປີທີ່ຜ່ານມາສາຍພົວພັນມິດ​ຕະ​ພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດຂອງພວກເຮົາມີ​ການ​ຂະ​ຫຍາຍ​ຕົວຕະຫຼອດ​ມາ. ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​​ຢ່າງຈິງ​ໃຈ ແລະ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ຂອງລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເຢຍ​ລະ​ມັນ ທີ່​ມີ​ຕໍ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໃນ​ອະ​ດີດກໍ່​ຄື​ໃນ​ປັດ​ຈຸ​ບັນ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກ​ເຮົາ ທັງ​ໃນ​ກອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍກໍຄືສອງກະຊວງການຕ່າງປະເທດພວກເຮົາຈະໄດ້ຮັບການສືບ​ຕໍ່​ຮັດ​ແໜ້ນ ແລະ ພັດ​ທະ​ນາ​ໃຫ້ແຕກດອກ​ອອກ​ຜົນ​​ຍິ່ງໆ​ຂຶ້ນໃນຊຸມປີຕໍ່ໜ້າ.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດພວກເຮົາຢ່າງສຳເລັດຜົນ.

    ດ້ວຍຄວາມນັບຖືຢ່າງສູງ,

          

       ສະ​ເຫຼີມ​ໄຊ ກົມ​ມະ​ສິດ

       ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ

     ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485460
ມື້ນີ້161
ມື້ວານ227
ອາທິດນີ້496
ເດືອນນີ້4765