ພະນະທ່ານ ບຸນຍັງ ວໍລະຈິດ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫລວງວຽງຈັນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ພວກຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈ ແລະ ຄໍາອວຍພອນອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພ້ອມນັ້ນ, ພວກຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານຈົ່ງມີຄວາມຜາສຸກ, ມີພະລານາໄມສົມບູນ ແລະ ຂໍໃຫ້ປະຊາຊົນລາວ ຈົ່ງມີຄວາມວັດທະນະຖາວອນ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນໃກ້ຊິດ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດ
ແໜ້ນ ໃນອະນາຄົດຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ.
ຊຸນຕານ ມູຮໍາມັດ ທີ ຫ້າ
ສົມເດັດ ຣາຊາທິບໍດີ ຍັງດີ-ເປີຕວນ ອາກົງ ທີ ສິບຫ້າ ແຫ່ງ ມາເລເຊຍ