ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍອວຍພອນວັນເອກະລາດ ແຫ່ງ ສສ. ມຽນມາ ຄົບຮອບ 70 ປີ

ພະ​ນະ​ທ່ານ,

          ໃນ​ນາມ​ປະ​ຊາ​ຊົນ ແຫ່ງ ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊ​າ​ຊົນ​ລາວ ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ດີ​ຍິນ​ດີ​ເປັນ​ຢ່າງສູງ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍຢ່າງ​ຈິງ​ໃຈ ແລະ ອວຍ​ພອນ​ໄຊອົບ​ອຸ່ນ ມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ​ ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ເນື່ອງ​ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ​ ແຫ່ງ ວັນ​ປະ​ກາດ​ເອ​ກະ​ລາດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ຄົບ​ຮອບ 70 ປີ.

          ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ​ສາຍ​ພົວ​ພັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອັນ​ໃກ້​ຊິດທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດຶກ​ດຳ​ບັນ ລະ​ຫວ່າງ ສອງ​ປະ​ເທດພວກ​ເຮົາ ຈະ​ສືບ​ຕໍ່​​​ແໜ້ນແຟ້ນ ແລະ ເລີກ​ເຊິ່ງ​ຍິ່ງ​ຂຶ້ນ​​ໃນ​ອາ​ນາ​ຄົດ ເພື່ອ​ຜົນ​ປະ​ໂຫຍດ​ລວມ ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ.

          ເນື່ອງ​ໃນ​ໂອ​ກາດ​ປີໃໝ່ 2018 ນີ້, ຂ້າ​ພະ​ເຈົ້າ ຂໍສົ່ງ​ຄຳອວຍ​ພອນໄຊ​ອັນ​ປະ​ເສີດ ມາ​ຍັງ ​ພະ​ນະ​ທ່ານ ຈົ່ງ​ມີສຸກ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ ຂອງ​ພະ​ນະ​ທ່ານ ເພື່ອ​ສືບ​ຕໍ່​ຄວາມ​​ກ້າວ​ໜ້າ ແລະ ວັດ​ທະ​ນາ​ຖາ​ວອນ ຂອງ​ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

          ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

                                                                                                       ບຸນ​ຍັງ ວໍ​ລະ​ຈິດ

                                                                           

ພະ​ນະ​ທ່ານ ອູ ຕິນ ຈໍ

ປະ​ທາ​ນາ​ທິ​ບໍ​ດີ

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.


 

ພະ​ນະ​ທ່ານ,

 

          ຂ້າ​ພະ​ເຈົ້າ​ ມີ​ຄວາມພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ຂໍສະ​ແດງ​​ຄວາມ​ຊົມ​ເຊີຍ​ອັນອົບ​ອຸ່ນ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ​ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ເນື່ອງ​ໃນ​ໂອ​ກາ​ດອັນ​ສະ​ຫງ່າ​ລາ​ສີ ແຫ່ງ ​ວັນ​ປະ​ກາດ​ເອ​ກະ​ລາດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ຄົບ​ຮອບ 70 ປີ.

 

          ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນຢ່າງໜັກ​ແໜ້ນ​ວ່າ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ ແລະ ການ​ຮ່ວມ​ມື​ອັນ​ໃກ້​ຊິດທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າງ ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດພວກ​ເຮົາ ຈະ​ສືບ​ຕໍ່​ແໜ້ນແຟ້ນ​​ຍິ່ງໆ​ຂຶ້ນ ​ທັງ​ໃນ​ກອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ເພື່ອ​​ຄວາມເຂັ້ມ​ແຂງ ແລະ ຄວາມ​ສົມ​ບູນ​ພູນ​ສຸກ​​ ​ຂອງປະ​ຊາ​ຊົນ​ສອງຊາດ​ພວກ​ເຮົາ.

 

          ເນື່ອງ​ໃນ​ໂອ​ກາດ​ປີໃໝ່ 2018 ນີ້, ຂ້າ​ພະ​ເຈົ້າ ຂໍສົ່ງ​ຄຳອວຍ​ພອນໄຊ​ຢ່າງ​ຈິງໃຈມາ​ຍັງ ​ພະ​ນະ​ທ່ານ ຈົ່ງ​ມີສຸກ​ຂະ​ພະ​ລາ​ນາ​ໄມ​ສົມ​ບູນ ແລະປະ​ສົບ​ຜົນ​ສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ ຂອງ​ພະ​ນະ​ທ່ານ ເພື່ອ​ສືບ​ຕໍ່​ຄວາມ​​ກ້າວ​ໜ້າຂອງ​ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

 

          ຂໍ​ສະ​ແດງ​ຄວາມ​ນັບ​ຖື​ຢ່າງ​ສູງ.

 

                                                                

 

ພັນ​ຄຳ ວິ​ພາ​ວັນ

 

ພະ​ນະ​ທ່ານ ອູ ໝິນ ສະ​ເວ

 

ຮອງ​ປະ​ທາ​ນາ​ທິ​ບໍ​ດີ

 

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ


 

ພະ​ນະ​ທ່ານ,

 

          ເນື່ອງ​ໃນ​ໂອ​ກາ​ດ ວັນ​ປະ​ກາດ​ເອ​ກະ​ລາດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ຄົບ​ຮອບ 70 ປີ, ຂ້າ​ພະ​ເຈົ້າ​ ຂໍສະ​ແດງ​ຄວາມຊົມ​ເຊີຍ​​ຢ່າງ​ຈິງ​ໃຈ ແລະ ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ ​ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

 

          ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ​​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນໃກ້​ຊິດທີ່​ເປັນ​ມູນ​ເຊື້ອ​ ລະ​ຫວ່າງ ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງຊາດພວກ​ເຮົາ ຈະ​ສືບ​ຕໍ່​​ໄດ້​ຮັບ​ການເສີມຂະ​ຫ​ຍາຍ ແລະ ພັດ​ທະ​ນາ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ໃນ​ອະ​ນາ​ຄົດ ເພື່ອ​ຜົນ​ປະ​ໂຫຍດ​ລວມ ຂອງ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ.

 

          ເນື່ອງ​ໃນ​ໂອ​ກາດ​ປີໃໝ່ 2018 ນີ້, ຂ້າ​ພະ​ເຈົ້າ ຂໍສົ່ງ​ຄຳອວຍ​ພອນໄຊ​ອັນ​ປະ​ເສີດມາ​ຍັງ ​ພະ​ນະ​ທ່ານ ຈົ່ງ​ມີສຸກ​ຂະ​ພາບ​ເຂັ້ມ​ແຂງ ແລະປະ​ສົບ​ຜົນ​ສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ ຂອງ​ພະ​ນະ​ທ່ານ ເພື່ອ​ສືບ​ຕໍ່​ຄວາມວັດ​ທະ​ນາ​ຖາ​ວອນ ຂອງ​ປະ​ຊາ​ຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

 

          ຂໍ​ສະ​ແດງ​ຄວາມ​ນັບ​ຖື​ຢ່າງ​ສູງ.

 

                                                                                   ພັນ​ຄຳ ວິ​ພາ​ວັນ

 

ພະ​ນະ​ທ່ານ ອູ ເຮັນ​ຣີ ວັນ ທ່ຽວ

 

ຮອງ​ປະ​ທາ​ນາ​ທິ​ບໍ​ດີ

 

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ


 

ພະ​ນະ​ທ່ານ,

 

          ໃນ​ນາມ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ມີ​ຄວາມປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ຂໍສະ​ແດງ​ຄຳ​ຊົມ​ເຊີຍ​​ຢ່າງ​ຈິງ​ໃຈ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ ມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ເນື່ອງ​ໃນ​ໂອ​ກາດ ອັນ​ສະ​ຫງ່າ​ລາ​ສີ ແຫ່ງ ​ວັນປະ​ກາດ​ເອ​ກະ​ລາດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ຄົບ​ຮອບ 70 ປີ.

 

          ຂ້າ​ພ​ະ​ເຈົ້າ ເຊື່ອ​ໝັ້ນຢ່າງ​ໜັກ​ແໜ້ນ​​ວ່າ ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ໃກ້​ຊິດທີ່​ເປັນມູນ​ເຊື້ອອັນ​ຍາວ​ນານ ລະ​ຫວ່າງ ສອ​ງ​ປະ​ເທດ ແລະ ສອງ​ລັດ​ຖະ​ບານ​ພວກ​ເຮົາ ​ຈະ​ສື​ບ​ຕໍ່​ແໜ້ນ​ແຟ້ນ ແລະ ພັດ​ທະ​ນາ​ຍິ່ງໆ​ຂຶ້ນ ໃນ​ອາ​ນາ​ຄົດ ເພື່ອຜົນ​ປະ​ໂຫຍດ​ລວມ ຂອງ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ ກໍ​ຄື​ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ໃນ​ພາກ​ພື້ນ ແລະ ສາ​ກົນ.

 

          ເນື່ອງ​ໃນໂອ​ກາດປີ​ໃໝ່​ສາ​ກົນ 2018 ນີ້, ຂ້າ​ພະ​ເຈົ້າ ຂໍອວຍ​ພອນໄຊ​ອັນ​ປະ​ເສີດ ມາ​ຍັງ ​ພະ​ນະ​ທ່ານ ຈົ່ງ​ມີ​ ພ​ະ​ລາ​ນາ​ໄມ​ສົມ​ບູນ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ ຂອງ​ພະ​ນະ​ທ່ານ ເພື່ອ​ສືບ​ຕໍ່​ນຳ​ພາ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ຈະເລີນ​ຮຸ່ງ​ເຮືອງ​ສີ​ວິ​ໄລ​ຍິ່ງໆຂຶ້ນ​.

 

          ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

 

                                                                                      ທອງ​ລຸນ ສີ​ສຸ​ລິດ

 

ພະ​ນະ​ທ່ານ ອອງ ຊານ ຊູ ຈີ

 

ທີ່​ປຶກ​ສາ​ແຫ່ງ​ລັດ

 

ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

 

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484542
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847