ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ, ໃນນາມປະຊາຊົນ ແລະ ລັດຖະບານ ອານເຊຣີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມສຸກ ແລະ ຂໍອວຍພອນໃຫ້ ປະຊາຊົນລາວ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມເພິ່ງພໍໃຈ ຕໍ່ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີອັນເປັນມູນເຊື້ອ ທີ່ເຊື່ອມໂຍງກັນລະຫວ່າງສອງປະເທດພວກເຮົາ ແລະ ສະແດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ເຮັດວຽກຮ່ວມ ກັບ ພະນະທ່ານ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບດັ່ງກ່າວ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ອັບເດລາຊິດ ບູເຕັບລີກາ
ປະທານາທິບໍດີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ